Activities of Ambassador/Embassy
Activities of Ambassador/Embassy
Embassy Information
Economic and Commercial Counsellor’s Office of the Embassy
Ambassador
Biography of Ambassador
China-Lao P.D.R. Relationship
Multilateral diplomacy
Consular Services
Consular Department Information
Consular News and Important Notice
Q&A About Visa and Passport
Form Download
China-Lao P.D.R. Relationship
  Home > Activities of Ambassador/Embassy > Activities of Ambassador/Embassy
ສະຫາຍ ຟັງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ໃນພິທີິປາຖະກະຖາ ແນວຄິດອັນສຳຄັນຂອງສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ພັກກອມມູູນິດຈີນກ່ຽວກັບ ການລົບລ້າງຄວາມທຸກຍາກ ໃຫ້ຖືກເປົ້າໝາຍ ວັນທີ 28 ພະຈິກ 2024
2024-11-29 11:20

方虹大使在习近平总书记精准扶贫

重要理念宣介会上的致辞

20241128日)

ຄຳປາໃສຂອງ

ສະຫາຍ ຟັງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ

ໃນພິທີິປາຖະກະຖາແນວຄິດອັນສຳຄັນຂອງສະຫາຍ ສີຈິ້ນຜິງ

ເລຂາທິການໃຫຍ່ພັກກອມມູູນິດຈີນກ່ຽວກັບ

ການລົບລ້າງຄວາມທຸກຍາກໃຫ້ຖືກເປົ້າໝາຍ

ວັນທີ 28 ພະຈິກ 2024

尊敬的老挝党中央书记处书记、万象市委书记阿努帕同志,

尊敬的万象市长阿萨潘通同志、

尊敬的老挝党中组部副部长布沙迪同志,

尊敬的老挝党中联部代部长本勒同志,

尊敬的中共中央候补委员、湖南省花垣县双龙镇副镇长、十八洞村书记、村委会主任施金通同志,

ຂໍຮຽນສະຫາຍ ອານຸພາບຕຸນາລົມຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນນະຄອນຫລວງວຽງຈັນທີ່ນັບຖື,

ຂໍຮຽນ ສະຫາຍ ອາດສະພັງທອງສີພັນດອນຮອງເລຂາຄະນະພັກ, ເຈົ້າຄອງນະຄອນຫລວງວຽງຈັນທີ່ນັບຖື,

ຂໍຮຽນ ສະຫາຍ ບຸນເຫລືອພັນດານຸວົງຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກທີ່ນັບຖື,

ຂໍຮຽນ ສະຫາຍ ນາງ ບຸດສະດີ ທະນະເມືອງຮອງຫົວໜ້າຄະນະຈັດຕັ້ງສູນກາງພັກທີ່ນັບຖື,

ຂໍຮຽນ ສະຫາຍ ຊີຈິນທົງກຳມະການສຳຮອງສູນກາງພັກກອມມູນິດຈີນ, ເລຂາພັກບ້ານ-ຫົວໜ້າຄະນະວຽກງານບ້ານ 18 ຖໍ້າ, ເມືອງຮວາຢວນກິ່ງແຂວງຫູໜານສປຈີນທີ່ນັບຖື,

同志们,朋友们,大家上午好!

ບັນດາສະຫາຍ,ເພື່ອນມິດທັງຫຼາຍ, ສະບາຍດີ.

    很高兴与老方共同主办习近平总书记精准扶贫重要理念宣介会。感谢阿努帕同志、阿萨潘通同志、布沙迪同志、本勒同志拨冗出席,感谢施金通书记在访老期间抽出宝贵时间出席并做宣介,感谢老挝党中联部、中宣部、万象市委市政府为此次活动所做精心准备。

    ຍິນດີທີ່ຮ່ວມກັບຝ່າຍລາວຈັດພິທີິປາຖະກະຖາແນວຄິດອັນສຳຄັນຂອງສະຫາຍ ສີຈິ້ນຜິງເລຂາທິການໃຫຍ່ພັກກອມມູູນິດຈີນກ່ຽວກັບການລົບລ້າງຄວາມທຸກຍາກໃຫ້ຖືກເປົ້າໝາຍ. ຂອບໃຈທີ່ສະຫາຍ ອານຸພາບຕຸນາລົມ ສະຫາຍ ອາດສະພັງທອງສີພັນດອນ ສະຫາຍ ບຸນເຫລືອພັນດານຸວົງແລະສະຫາຍ ນາງ ບຸດສະດີ ທະນະເມືອງໄດ້ມາເຂົ້າຮ່ວມ, ຂອບໃຈທີ່ສະຫາຍຊີຈິນທົງມາປາຖະກະຖາ, ຂອບໃຈທີ່ຄະນະພົວພັນຕ່າງປະເທດສູນກາງພັກ ຄະນະຈັດຕັ້ງສູນກາງພັກແລະຄະນະພັກ ອຳນາດການປົກຄອງນະຄອນຫລວງວຽງຈັນໄດ້້ເຮັດວຽກກະກຽມໃຫ້ດີ.

    贫困是长期困扰人类社会的顽疾,在中国历史上曾刻下了深深痕迹。摆脱贫困不仅是中国人民孜孜以求的梦想,也是千百年来人类共同的价值追求。2013年,习近平总书记在中国湖南省花垣县十八洞村首次提出精准扶贫重要理念,引领中国全面打响脱贫攻坚战。2021年,中国完成了消除绝对贫困的艰巨任务,提前实现联合国2030年可持续发展议程减贫目标。

    ຄວາມທຸກຍາກເປັນບັນຫາຮ້າຍແຮງທີ່ມີຢູ່ແລ້ວເປັນຕົນນານ,ແລະເຄີຍມີຢູ່ຕະຫຼອດໃນປະຫວັດສາດຈີນເປັນຫຼາຍປີ. ການລົບລ້າງຄວາມທຸກຍາກເປັນຄວາມຝັນຂອງປະຊາຊົນຈີນຕະຫຼອດມາ, ກໍ່ເປັນຄວາມປາຖະໜາຂອງມວນມະນຸດເປັນພັນກ່ວາປີ. ໃນປີ 2013, ສະຫາຍ ເລຂາທິການໃຫຍ່ ສີຈິ້ນຜິງໄດ້ປະກາດແນວຄິດອັນສຳຄັນກ່ຽວກັບການລົບລ້າງຄວາມທຸກຍາກໃຫ້ຖືກເປົ້າໝາຍເປັນຄັ້ງທຳອິດຢູ່ບ້ານ 18 ຖໍ້າ, ເມືອງຮວາຢວນກິ່ງແຂວງຫູໜານສປຈີນ, ເຊິ່ງໄດ້ນຳພາຈີນເລີ່ມບັ້ນລົບລ້າງຄວາມທຸກຍາກໃນທົ່ວປະເທດ. ໃນປີ 2021, ຈີນໄດ້ສຳເລັດໜ້າທີ່ໜັກໜ່ວງທີ່ລົບລ້າງຄວາມທຸກຍາກເດັດຖານ, ເຊິ່ງໄດ້ບັນລຸເປົ້າໝາຍຫຼຸດພົ້ນອອກຈາກຄວາມທຸກຍາກຂອງSDGs2030 ສະຫະປະຊາຊາດ.

    作为精准扶贫首倡地,就如大家刚才在视频中看到的那样,十八洞村在新时代发生了历史巨变,成为展示习近平总书记思想伟力、人民情怀和务实作风的重要窗口,成为中国共产党带领人民取得脱贫攻坚伟大胜利的成功典范,成为中华民族消除绝对贫困、迈向共同富裕的时代标杆。

    ບ້ານ 18 ຖໍ້າເປັນບ່ອນທີ່ສະຫາຍ ເລຂາທິການໃຫຍ່ ສີຈິ້ນຜິງໄດ້ປະກາດແນວຄິດອັນສຳຄັນກ່ຽວກັບການລົບລ້າງຄວາມທຸກຍາກໃຫ້ຖືກເປົ້າໝາຍເປັນຄັ້ງທຳອິດ,ແລະກໍ່ຄືພວກສະຫາຍໄດ້ເຫັນໃນວິໂດນັ້ນ, ບ້ານນີ້ໄດ້ມີການປ່ຽນແປງໃຫຍ່ຫຼວງແບບປະຫວັດສາດໃນຍຸກໃໝ່,ເປັນບ່ອນສະແດງເຖິງແນວຄິດສຳຄັນ ຄວາມເອົາໃຈໃສ່ປະຊາຊົນແລະເຮັດວຽກຕົວຈິງຂອງສະຫາຍ ເລຂາທິການໃຫຍ່ ສີຈິ້ນຜິງ, ເປັນແບບຢ່າງທີ່ພັກກອມມູນິດຈີນນຳພາປະຊາຊົນລົບລ້າງຄວາມທຸກຍາກ, ເປັນແບບຢ່າງທີ່ຊົນຊາດຈີນຫຼຸດພົ້ົນອອກຈາກຄວາມທຸກຍາກເດັດຖານແລະໄປສູ່ຄວາມຮັ່ງມີພ້ອມກັນ.

    日前,习近平总书记在巴西里约热内卢出席二十国集团领导人第十九次峰会,围绕抗击饥饿与贫困议题,结合亲身经历,生动讲述中国脱贫故事,深刻阐释中国成功打赢脱贫攻坚战的经验和世界意义,引发国际社会强烈共鸣。他还强调,中国的扶贫成就不是天上掉下来的,而是中国党、中国政府和中国人民勠力同心、艰苦奋斗干出来的

ໃນໝໍ່ໆນີ້, ເມື່ອສະຫາຍ ເລຂາທິການໃຫຍ່ ສີຈິ້ນຜິງເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 19 ຂອງກຸ່ມ 20ປະເທດໃນປະເທດບຣາຊິລ, ເພິ່ນໄດ້ເວົ້າເຖິງເລື່ອງລົບລ້າງຄວາມທຸດຍາກຂອງຈີນ ອິງຕາມສະພາບການຕົວຈິງຂອງເພິ່ນ,ເພື່ອອະທິບາຍບົດຮຽນແລະຄວາມໝາຍໂລກຂອງການລົບລ້າງຄວາມທຸກຍາກຂອງຈີນຢ່າງເລິກເຊິ່ງ, ໄດ້ຮັບຄວາມເຫັນເປັນເອກະພາບກັນຈາກສັງຄົມສາກົນຢ່າງຫຼວງຫຼາຍ. ເພິ່ນໄດ້ເນັ້ນໜັກວ່າ, ຜົນສຳເລັດຂອງຄວາມລົບລ້າງຄວາມທຸກຍາກຂອງຈີນແມ່ນຜົນທີ່ພັກ ລັດ ແລະປະຊາຊົນຈີນພະຍາຍາມສຸດຂີດດວ້ຍຄວາມດຸໝັ້ນພ້ອມກັນ, ບໍ່ແມ່ນສິ່ງທີ່ຕົກຈາກຟ້າຊຶ່ໆ.

    在推进脱贫攻坚的过程中,中国始终坚持以人民为中心,庄严承诺决不能落下一个贫困地区、一个贫困群众。坚持精准扶贫,做到因村、因户、因人施策。坚持在经济发展中扶贫,积极引导人才、资金、技术向贫困地区流动。坚持在促进当地特色产业发展中扶贫,帮助贫困地区改善基础设施,因地制宜发展有造血功能的产业。坚持在促进共同富裕中扶贫,推动发达地区同欠发达地区结对子互助。这五个坚持就是中国打赢脱贫攻坚战的的宝贵经验。

    ໃນຂະບວນການລົບລ້າງຄວາມທຸກຍາດ, ປະເທດຈີນໄດ້ຖືປະຊາຊົນເປັນໃຈກາງຢ່າງຕະຫຼອດມາ, ໄດ້ໃຫ້ຄຳໝັ້ນສັນຍາວ່າ, ບໍ່ໃຫ້ມີເຂດໃດເຂດໜຶ່ງຫຼືປະຊາຊົນຜູ້ໃດຜູ້ໜຶ່ງຍັງທຸກຍາກ. ຢຶດໝັ້ນການລົບລ້າງຄວາມທຸກຍາກໃຫ້ຖືກເປົ້າໝາຍ,ຄວນມີນະໂຍບາຍສະເພາະກິດຕໍ່ທຸກບ້ານ ຕໍ່ທຸກຄອບຄົວ ຕໍ່ທຸກຄົນ. ຕ້ອງຢຶດໝັ້ນແກ້ໄຂບັນຫາຄວາມທຸກຍາກໂດຍການພັດທະນາເສດຖະກິດ, ນຳພາໃຫ້ບຸກຂະລາກອນ ທຶນຮອນແລະເຕັກນິກໄປສູ່ເຂກທຸກຍາກ. ຢຶດໝັ້ນແກ້ໄຂບັນຫາຄວາມທຸກຍາກໂດຍການພັດທະນາອຸດສາຫະກຳທີ່ມິລັກສະນະພິເສດຂອງທ້ອງຖິ່ນ, ຊ່ວຍເຂດທຸກຍາກປັບປຸງພື້ນຖານໂຄງລ່າງ, ພັດທະນາອຸດສາຫະກຳທີ່ສາມາດຜະລິດເລືອດຕາມສະພາບການຕົວຈິງ. ຢຶດໝັ້ນແກ້ໄຂບັນຫາຄວາມທຸກຍາກໃນການຊຸກຍູ້ຄວາມຮັ່ງມີພ້ອມກັນ, ຊຸກຍູ້ໃຫ້ເຂັດໄດ້ພັດທະນາຊ່ວຍເຂດດ້ອຍພັດທະນາເປັນຄູູ່ກັນ. ການຢຶດໝັ້ນໃນ5ດ້ານດັ່ງກ່າວແມ່ນບົດຮຽນລ້ຳຄ່າຂອງຈີນໃນການລົບລ້າງຄວາມທຸກຍາກ.

     中共二十大确立了全面建成社会主义现代化强国、实现第二个百年奋斗目标,以中国式现代化全面推进中华民族伟大复兴的中心任务。全面建设社会主义现代化国家,最艰巨最繁重的任务仍然在农村。站在新起点,中国将采取更有力的举措,汇聚更强大的力量,乘势而上、接续奋斗,在推动乡村振兴的新征程上取得新突破、赢得新胜利。

    ກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດຈີນໄດ້ກຳນົດໜ້າທີ່ໃຈກາງຄື ສ້າງສາປະເທດສັງຄົມນິຍົມທັນສະໄໝ ທີ່ ເຂັ້ມແຂງ ໃຫ້ສຳເລັດ ຢ່າງຮອບດ້ານແລະບັນລຸເປົ້າໝາຍສູ້ຊົນ 100 ປີ ປະການທີ 2, ຊຸກຍູ້ການ ຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງຊົນຊາດຈີນ ດ້ວຍຄວາມທັນສະໄໝແບບຈີນຢ່າງຮອບດ້ານ. ຖ້າຢາກສ້າງສາປະເທດສັງຄົມນິຍົມທັນສະໄໝ ທີ່ ເຂັ້ມແຂງ ໃຫ້ສຳເລັດ ຢ່າງຮອບດ້ານ, ໜັ້າທີ່ໜັກໜ່ວງທີ່ສຸດຍັງຢູ່ເຂດຊົນນະບົດ. ໃນຈຸດເລີ່ມຕົ້ນໃໝ່, ຈີນຈະນຳໃຊ້ມາຕະການທີ່ມີແຮງກ່ວາເກົ່າ, ສຸມກຳລັງເຂັ້ມແຂງກ່ວາເກົ່າ, ສືບຕໍ່ພະຍາຍາມເພື່ອຍາດເອົາປຸກທະລຸແລະໄຊຊະນະໃໝ່ໃນຂະບວນການໃໝ່ທີ່ພັດທະນາເຂດຊົນນະບົດ.

    同志们,朋友们,

    ສະຫາຍແລະເພື່ອນມິດທັງຫຼາຍ,

    习近平总书记还特别强调,中国脱贫历程表明,本着滴水穿石、一张蓝图绘到底的韧性、恒心和奋斗精神,发展中国家的贫困问题是可以解决的。中国可以成功,其他发展中国家同样可以成功。这是中国成功打赢脱贫攻坚战的世界意义。中国愿同包括老挝在内广大发展中国家加强扶贫经验交流,为全球减贫和发展事业作出更大贡献。老方已确定到2026年摆脱最不发达国家状态的目标,减贫发展是其中的关键。

ສະຫາຍ ເລຂາທິການໃຫຍ່ ສີຈິ້ນຜິງໄດ້ເນັ້ນໜັກວ່າ, ຜົນສຳເລັດຂອງຈີນໃນການລົບລ້າງຄວາມທຸກຍາກໄດ້ຢືນຢັນວ່າ, ຖ້າພະຍາຍາມດຸໝັ່ນແລະຢຶດໝັ້ນຕະຫຼອດ, ກໍ່ສາມາດແກ້ໄຂບັນຫາຄວາມທຸກຍາກຂອງປະເທດກຳລັງພັດທະນາ. ຈີນສາມາດລົບລ້າງຄວາມທຸກຍາກໄດ້, ປະເທດກຳລັງພັດທະນາອື່ນກໍ່ສາມາດລົບລ້າງໄດ້.ນີ້ແມ່ນຄວາມໝາຍໂລກຂອງຊະນະບັ້ນລົບລ້າງຄວາມທຸກຍາກຂອງຈີນ.ຈີນຍິນດີຖອດຖອນບົດຮຽນກັບປະເທດກຳລັງພັດທະນາທັງຫຼາຍເຊິ່ງລວມປະເທດລາວ, ເພື່ອປະກອບສ່ວນຫຼາຍຂຶ້ນໃຫ້ແກ່ພາລະກິດຫຼຸດຜ່ອນຄວາມທຸກຍາກແລະພັດທະນາໂລກ. ປະເທດລາວໄດ້ກຳນົດເປົ້າໝາຍທີ່ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາພາຍໃນປີ2026, ການລົບລ້າງຄວາມທຸກຍາກແມ່ນພາກສ່ວນສຳຄັນຫຼາຍ.

    作为同志加兄弟的社会主义友好邻邦,中老双方始终把加强扶贫交流合作作为中老命运共同体建设的重要内容。中老双方最高领导人亲自推动参与这项工作,习近平总书记多次同老方最高领导人交流扶贫经验,老方领导人多次赴华考察扶贫工作。

   ຈີນແລະລາວເປັນປະເທດບ້ານໃກ້ເຮືອນຄຽງແບບສັງຄົມນິຍົມທີ່ຖານອ້າຍນ້ອງແລະສະຫາຍ, ການແລກປ່ຽນແລະຮ່ວມມືກັນດ້ານແກ້ໄຂຄວາມທຸກຍາກເປັນເນື້ອໃນສຳຄັນຂອງການກໍ່ສ້າງຄູ່ຮ່ວມຊາຕະກຳຈີນລາວ. ຜູ້ນຳສູງສຸດຈີນລາວໄດ້ຊຸກຍູ້ແລະເຂົ້າຮ່ວມໂດຍຕົນເອງ, ສະຫາຍ ເລຂາທິການໃຫຍ່ ສີຈິ້ນຜິງໄດ້ແລກປ່ຽນບົດຮຽນກ່ຽວຂ້ອງກັບຜູ້ນຳສູງສຸດລາວຫຼາຍຄັ້ງ, ຜູ້ນຳລາວໄດ້ໄປທັດສະນະສຶກສາວຽກງານການແກ້ໄຂຄວາມທຸກຍາກໃນໄລຍະໄປຢ້ຽມຢາມຈີນ.

    20186月,时任老挝人革党中央总书记、国家主席本扬赴十八洞村考察精准扶贫,留下了中老两党总书记同走一条扶贫路的佳话。20236月,通伦总书记、国家主席赴华期间专程考察乡村振兴和发展工作。此外,我还很高兴地得知,十八洞村同老挝琅勃拉邦省琅勃拉邦市听松村签署缔结姊妹村协议。除经验交流外,中方还通过实施援老八大工程、东亚扶贫示范项目、中老铁路等重大项目,直接助力老挝脱贫事业。

    ໃນເດືອນມິຖຸນາ ປີ 2018, ສະຫາຍ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່ ປະທານປະເທດລາວໄດ້ໄປທັດສະນະສຶກສາການລົບລ້າງຄວາມທຸກຍາກໃຫ້ຖືກເປົ້າໝາຍຢູ່ບ້ານ 18ຖ້ຳ, ເຊິ່ງເປັນບ່ອນດຽວກັນທີ່ສະຫາຍ ເລຂາທິການໃຫຍ່ ສີຈິ້ນຜິງໄດ້ປະກາດແນວຄິດອັນສຳຄັນກ່ຽວກັບການລົບລ້າງຄວາມທຸກຍາກໃຫ້ຖືກເປົ້າໝາຍເປັນຄັ້ງທຳອິດ.ໃນເດືອນມິຖຸນາ ປີ 2023, ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດໄດ້ໄປທັດສະນະສຶກສາການພັດທະນາເຂດຊົນນະບົດໃນເມື່ອໄປຈີນ. ຂ້າພະເຈົ້າກໍ່ໄດ້ຍິນດ້ວຍຄວາມດີໃຈວ່າ, ບ້ານ 18ຖ້ຳກັບບ້ານທິງສົງ ນະຄອນຫຼວງພະບາງໄດ້ເປັນບ້ານແຮກຊ່ຽວແລ້ວ. ນ້ອກຈາກການຖອດຖອນບົດຮຽນ, ຈີນຍັງໄດ້ປະກອບກຳລັງແຮງເຂົ້າໃນພາລະກິດລົບລ້າງຄວາມທຸກຍາກຂອງລາວໂດຍຜ່ານການປະຕິບັດໂຄງການຕ່າງໆ, ເປັນຕົ້ນຄື ໂຄງການຊ່ວຍເຫຼືອລາວ 8 ໂຄງການ, ໂຄງການແບບຢ່າງຫຼຸດຜ່ອນຄວາມທຸກຍາກອາຊີຕະເວັນອອກ, ແລະໂຄງການທາງລົດໄຟຈີນລາວ.

    今天,驻老挝使馆专门请施金通书记同老挝村一级干部面对面交流扶贫经验,这也是我们首次大规模面向老挝基层干部开展此类活动。我们希望通过这样的活动,推动知识分享,加强互学互鉴。今后,中方将贯彻落实好双方高层重要共识,同老方进一步加强交流合作,助力老方扶贫减贫事业取得新发展。

    ມື້ີນີ້, ສະຖານທູດຈີນປະຈຳລາວໄດ້ເຊີນສະຫາຍ ຊີຈິນທົງມາຖອດຖອນບົດຮຽນແກ້ໄຂຄວາມທຸກຍາກກັບເຈົ້າໜ້າທີລະດັບບ້ານຂອງປະເທດລາວ, ກໍ່ເປັນຄັ້ງທຳອິດທີ່ສະຖານທູດຈັດການເຄື່ອນໄຫວເພື່ອໂຄງສະນາເຜີຍແຜ່ໃຫ້ເຈົ້າໜ້າທີ່ຮາກຖານ. ຫວັງວ່າໂດຍຜ່ານການເຄື່ອນໄຫວແບບນີ້, ສາມາດຊຸກຍູ້ການຖອດຖອນບົນຮຽນນຳກັນ. ໃນອະນາຄົດ, ຈີນຈະສືບຕໍ່ປະຕິບັດຄຳເຫັນເອກະພາບກັນອັນສຳຄັນຂອງຜູ້ນຳຂັ້ນສູງສອງຝ່າຍຈີນລາວ, ເພີ່ນທະວີການແລກປ່ຽນແລະຮ່ວມມືກັນ, ປະກອບສ່ວນພາລະກິດລົບລ້າງຄວາມທຸກຍາກຂອງປະເທດລາດໃຫ້ມີຄວາມບາດກ້າວໃໝ່.

    谢谢大家。

    ຂໍຂອບໃຈ.