ທ່ານ ນາງ ຟ່າງ ຫົງ, ເອກອັກຄະລັດຖະທູດຈີນ ປະຈຳ ລາວ ຮ່ວມກັບທ່ານ ນາງ ນາລີ ສີສຸລິດ, ພັນລະຍາ ທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຊົມສູນວັດທະນະທຳຈີນ
2026-05-30 18:00

ໃນວັນທີ 30 ພຶດສະພາ, ໂດບຕອບສະໜອງຕາມຄຳເຊີນຂອງທ່ານ ນາງ ຟ່າງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປຈີນ ປະຈຳ ສປປລາວ, ທ່ານ ນາງ ນາລີ ສີສຸລິດ, ພັນລະຍາທ່ານເລຂາ ທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຊົມສູນວັດທະນະທຳຈີນ ປະຈຳ ລາວ; ເຂົ້າຮ່ວມກິດຈະກຳໃນຄັ້ງນີ້ຍັງມີ ທ່ານ ນາງ ອາລີ ພັນລະຍາ ອະດີດຮອງປະທານສະພາແຫ່ງຊາດທ່ານ ສົມມາດ ພົນເສນາ ພ້ອມດ້ວຍພັນລະຍາການນຳຂັ້ນສູງອີກ 10 ກວ່າທ່ານ.

ໂດຍການຮ່ວມເດີນທາງ ແລະ ນຳພາຢ້ຽມຊົມຂອງທ່ານ ນາງ ຟ່າງ ຫົງ, ທ່ານ ນາງ ນາລີ ສີສຸລິດ ພ້ອມ ຄະນະໄດ້ຮັບຟັງການແນະນຳກ່ຽວກັບສູນວັດທະນະທຳຈີນ, ເຂົ້າຊົມງານວາງສະແດງຮູບແຕ້ມປັກແສ່ວເທິງຜ້າໄໝພິເສດພາຍໃຕ້ຫົວຂໍ້ “ເສັ້ນທາງສາຍໄໝປາຍເຂັມ·ປະເທດໃກ້ຄຽງຮ່ວມຈິດຮ່ວມໃຈ”, ຮັບຟັງ ການເລົ່າເລື່ອງລາວອັນແສນປະທັບໃຈລະຫວ່າງທ່ານເລຂາທິການໃຫຍ່ ສີ ຈິ້ນຜິງ ກັບປະຊາຊົນ, ທົດລອງສິລະປະການປັກແສ່ວ, ຮັບຊົມການສະແດງລະຄອນເງົາໄຮໜິງ ແຂວງເຈີ້ຈ່ຽງ ຮ່ວມກັບຄູ-ອາຈານ ແລະ ນ້ອງນັກຮຽນຈາກໂຮງຮຽນຄົນພິການທາງຫູ-ຕາ ເພື່ອສະເຫຼີມສະຫຼອງວັນເດັກນ້ອຍສາກົນ “1 ມິຖຸ ນາ”, ທັງໄດ້ຢ້ຽມຊົມຫ້ອງສະໝຸດ, ຫ້ອງຮຽນພາສາຈີນ, ຫ້ອງຝຶກກົງຟູຈີນ ແລະ ການຟ້ອນ, ພ້ອມທັງ ໄດ້ພົບປະໂອ້ລົມຢ່າງສະໜິດສະໜົມກັບນັກຮຽນ, ຮັບຊົມການສະແດງສິລະປະຊົງຊາ ແລະ ຮ່ວມຊີມຊາ ຈີນ.

ທ່ານນາງ ນາລີ ສີສຸລິດ ໄດ້ກ່າວຊົມເຊີຍຢ່າງສຸດຊຶ້ງຕໍ່ທ່ານເລຂາທິການໃຫຍ່ ສີ ຈິ້ນຜິງ ທີ່ມີຄວາມຮັກ ແພງ ແລະ ຫ່ວງໃຍປະຊາຊົນຢ່າງແທ້ຈິງ, ທັງສະແດງຄວາມຊົມເຊີຍຕໍ່ສະເໜ່ອັນເປັນເອກະລັກຂອງ ວັດທະນະທຳຈີນ, ພ້ອມທັງເນັ້ນໜັກວ່າການຖອດຖອນບົດຮຽນ ແລະ ແລກປ່ຽນວັດທະນະທຳລະຫວ່າງ ລາວ-ຈີນ ແມ່ນມີປະຫວັດສາດອັນຍາວນານ ແລະ ໄດ້ປຸກລະດົມໃຫ້ເອື້ອຍນ້ອງແມ່ຍິງຈົ່ງສືບຕໍ່ສະໜັບສະ ໜູນ ແລະ ເຂົ້າຮ່ວມບັນດາກິດຈະກຳແລກປ່ຽນວັດທະນະທຳລາວ-ຈີນ ຢ່າງຕັ້ງໜ້າເພື່ອປະກອບສ່ວນ ເຂົ້າໃນການຮັດແໜ້ນສາຍພົວພັນດ້ານວັດທະນະທຳສັງຄົມ ແລະ ຄວາມຜູກພັນລະຫວ່າງປະຊາຊົນສອງ ຊາດໃຫ້ເລິກເຊິ່ງຍິ່ງໆຂຶ້ນ.



Suggest To A Friend
  Print