ທ່ານນາງ ຟາງ ຫົງ ເອກອັກຄະລັດຖະທູດຈີນຈັດກອງປະຊຸມຖະແຫຼງຂ່າວຕໍ່ສື່ມວນຊົນຈີນ-ລາວເພື່ອແນະນຳຜົນ ສຳເລັດໃນການຢ້ຽມຢາມຈີນຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ
2026-06-11 18:00



ໃນວັນທີ 10 ມິຖຸນານີ້, ທ່ານນາງ ຟາງ ຫົງ ເອກອັກຄະລັດຖະທູດຈີນ ປະຈຳລາວ ໄດ້ຈັດກອງປະຊຸມຖະແຫຼງຂ່າວຕໍ່ສື່ມວນຊົນ ເພື່ອແນະນຳຜົນສຳເລັດຢ່າງຮອບດ້ານໃນການຢ້ຽມຢາມລັດຖະກິດທີ່ສາທາລະນະລັດ ປະຊາຊົນຈີນ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໂດຍມີຜູ້ຕາງໜ້າຈາກສື່ມວນຊົນຈີນ ແລະ ລາວ ເປັນຕົ້ນແມ່ນ: ສຳນັກຂ່າວຊິນຫົວ, ສະຖານີວິທະຍຸ ແລະ ໂທລະພາບສູນກາງຈີນ, ໜັງສືພິມປະຊາຊົນ, ສຳນັກຂ່າວສານປະເທດລາວ, ໜັງສືພິມວຽງຈັນທາຍ, ສະຖານີໂທລະພາບແຫ່ງຊາດລາວ ແລະ ສະຖານີວິທະຍຸຊາວໜຸ່ມເຂົ້າຮ່ວມ.


ທ່ານນາງ ຟາງ ຫົງ ເນັ້ນໜັກວ່າ: ຜູ້ນຳສູງສຸດຂອງທັງສອງພັກ, ສອງລັດໄດ້ເຫັນດີເປັນເອກະພາບກັນໃນການຮ່ວມກັນສ້າງຄູ່ຮ່ວມຊະຕາກຳລາວ-ຈີນທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ ເຊິ່ງເປັນການຊີ້ທິດເຍື່ອງທາງໃຫ້ແກ່ທັງສອງຝ່າຍໃນການຈັບມືກັນຮັບມືກັບການປ່ຽນແປງຄັ້ງຍິ່ງໃຫຍ່ໃນຮອບສະຕະວັດ ເພື່ອບັນລຸການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ. ການຢ້ຽມຢາມໃນຄັ້ງນີ້ ໄດ້ໃຫ້ຄວາມສຳຄັນເປັນພິເສດຕໍ່ການແລກປ່ຽນບົດຮຽນໃນການຄຸ້ມຄອງພັກ ແລະ ບໍລິຫານລັດ, ໂດຍທ່ານເລຂາທິການໃຫຍ່ ທອງລຸນ ສີສຸລິດ ໄດ້ເດີນທາງໄປທັດສະນະສຶກສາຢູ່ແຂວງເຈີ້ຈ່ຽງ ແລະ ໄດ້ໄປຢ້ຽມຢາມໂຮງຮຽນພັກສູນກາງພັກກອມມູນິດຈີນອີກຄັ້ງ, ເພື່ອທຳຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບທັດສະນະຜົນງານຕໍ່ການເມືອງທີ່ຖືກຕ້ອງຂອງພັກກອມມູນິດຈີນ ໃນການສ້າງພັກເພື່ອສ່ວນລວມ, ການສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ, ການຕັດສິນບັນຫາຢ່າງມີວິທະຍາສາດ ແລະ ການເຮັດແທ້ທຳຈິງ. ຝ່າຍຈີນຍິນດີທີ່ຈະຮ່ວມກັບຝ່າຍລາວ ໃນການຈັດຕັ້ງປະຕິບັດຜົນສຳເລັດຂອງການຢ້ຽມຢາມໃນຄັ້ງນີ້ໃຫ້ປະກົດຜົນເປັນຈິງ ເພື່ອສ້າງຄວາມເຊື່ອໝັ້ນທາງດ້ານການເມືອງໃນລະດັບສູງຢ່າງຕໍ່ເນື່ອງ, ສ້າງຄວາມຮ່ວມມືດ້ານຄວາມໝັ້ນຄົງທີ່ມີຄວາມຢືດຢຸ່ນສູງ ລົງເລິກການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນຢ່າງມີຄຸນນະພາບສູງ,ສົ່ງເສີມການແລກປ່ຽນທາງດ້ານວັດທະນະທຳສັງຄົມທີ່ມີຄວາມຖີ່ສູງ ແລະ ຮັດແໜ້ນການປະສານງານຍຸດທະສາດທີ່ມີມາດຕະຖານສູງ, ເພື່ອສ້າງຜົນປະໂຫຍດ ແລະ ຄວາມຜາສຸກໃຫ້ແກ່ປະຊາຊົນທັງສອງປະເທດນັບມື້ນັບຫຼາຍຂຶ້ນ.

Suggest To A Friend
  Print