ທ່ານນາງ ຟາງ ຫົງ ເອກອັກຄະລັດຖະທູດຈີນ ເຂົ້າຢ້ຽມຄຳນັບທ່ານ ກິແກ້ວ ໄຂຄຳພິທູນ ປະທານສູນກາງແນວລາວສ້າງຊາດ
2026-06-18 18:00

ໃນວັນທີ 17 ມິຖຸນານີ້, ທ່ານນາງ ຟາງ ຫົງ, ເອກອັກຄະລັດຖະທູດຈີນ ປະຈຳ ລາວ ໄດ້ເຂົ້າຢ້ຽມຄຳນັບ  ທ່ານ ກິແກ້ວ ໄຂຄຳພິທູນ ປະທານສູນກາງແນວລາວສ້າງຊາດ.

ທ່ານນາງ ຟາງ ຫົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດອັນສະຫງ່າຜ່າເຜີຍຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງແນວລາວສ້າງຊາດ ແລະ ສະແດງຄວາມຍິນດີຕໍ່ທ່ານ ກິແກ້ວ ໄຂຄຳພິທູນ ທີ່ໄດ້ຮັບການເລືອກຕັ້ງເປັນປະທານສູນກາງແນວລາວສ້າງຊາດຊຸດໃໝ່, ພ້ອມທັງກ່າວວ່າ: ຫວ່າງບໍ່ດົນມານີ້, ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດຈີນ ແລະ ທ່ານ ທອງລຸນ ສີສຸລິດ, ເລຂາ ທິການໃຫຍ່, ປະທານປະເທດລາວ ໄດ້ພົບປະເຈລະຈາ ແລະ ບັນລຸຄວາມເຫັນດີເຫັນພ້ອມນຳກັນອັນສຳຄັນກ່ຽວກັບການສ້າງຄູ່ຮ່ວມສະຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່. ຝ່າຍຈີນພ້ອມແລ້ວທີ່ຈະຮ່ວມມືກັບຝ່າຍລາວໃນການຈັດຕັ້ງປະຕິບັດຄວາມເຫັນດີເຫັນພ້ອມນຳກັນຂອງຜູ້ນຳສູງສຸດທັງສອງຝ່າຍໃຫ້ປະກົດຜົນເປັນຈິງ, ເພີ່ມທະວີການຮ່ວມມືລະຫວ່າງສະພາທີ່ປຶກສາການເມືອງທົ່ວປະເທດຈີນ  ແລະ ສູນກາງແນວລາວສ້າງຊາດເພື່ອຮັດແໜ້ນພຶ້ນຖານຄວາມຄິດເຫັນຂອງມະຫາຊົນໃນສາຍພົວພັນ ລາວ-ຈີນ ຢ່າງຕໍ່ເນື່ອງ.

ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ສະແດງຄວາມເຫັນວ່າ: ຖະແຫຼງການຮ່ວມລະຫວ່າງລາວ-ຈີນ ໄດ້ເນັ້ນໜັກເຖິງການເພີ່ມທະວີການຮ່ວມມື ແລະ ແລກປ່ຽນມິດຕະພາບລະຫວ່າງສູນກາງແນວລາວສ້າງຊາດ ແລະ ສະພາທີ່ປຶກສາການເມືອງທົ່ວປະເທດຈີນໃຫ້ເລິກເຊິ່ງຕື່ມອີກບາດກ້າວໜຶ່ງ. ຝ່າຍລາວ ພ້ອມແລ້ວທີ່ຈະຮ່ວມມືກັບຝ່າຍຈີນໃນການເອົາໃຈໃສ່ຈັດຕັ້ງປະຕິບັດໃຫ້ດີ, ຮ່ວມກັນຊຸກຍູ້ການໄປມາຫາສູ່ກັນແບບມິດຕະພາບ ລະຫວ່າງ ອົງການຈັດຕັ້ງທາງສັງຄົມ ແລະ ມວນຊົນທຸກວົງການຂອງທັງສອງປະເທດ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນຂອງປະຊາຊົນສອງຊາດ, ຈັບມືກັນຊຸກຍູ້ການພັດທະນາພາລະກິດສັງຄົມນິຍົມຂອງໃຜລາວ ແລະ ຮ່ວມກັນປະກອບສ່ວນເຂົ້າໃນການສ້າງຄູ່ຮ່ວມສະຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ຢ່າງສົມກຽດ.


Suggest To A Friend
  Print