ໃນວັນທີ 23 ມິຖຸນານີ້, ທ່ານນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງສປຈີນ ປະຈຳ ສປປລາວໄດ້ເຂົ້າຢ້ຽມຄຳນັບ ສະຫາຍ ອານຸພາບ ຕຸລາລົມ ເລຂາທິການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວໂດຍໄດ້ມີການແລກປ່ຽນຄຳຄິດຄຳເຫັນກ່ຽວກັບການຈັດ ຕັ້ງປະຕິບັດຄວາມເຫັນດີເຫັນພ້ອມອັນສຳຄັນ ລະຫວ່າງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ແລະ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດລາວ ກໍຄືລົງເລິກການແລກປ່ຽນບົດຮຽນໃນການຄຸ້ມຄອງພັກ ແລະ ບໍລິຫານລັດ.ທ່ານນາງ ຟາງ ຫົງ ໄດ້ເນັ້ນໜັກວ່າ: ການແລກປ່ຽນບົດຮຽນໃນການບໍລິຫານລັດແມ່ນຈຸດພິເສດ ແລະ ເປັນທ່າແຮງອັນສໍາຄັນຂອງສາຍພົວພັນ ລາວ-ຈີນ. ຝ່າຍຈີນ ພ້ອມແລ້ວທີ່ຈະຮ່ວມມືກັບຝ່າຍລາວ ໃນການຊຸກຍູ້ການຮ່ວມມືລະຫວ່າງ ໂຮງຮຽນພັກສູນກາງພັກກອມມູນິດຈີນ (ສະຖາບັນການປົກຄອງແຫ່ງຊາດຈີນ) ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ, ເພີ່ມທະວີການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນແລະກັນ, ເພື່ອຮັບໃຊ້ເຂົ້າໃນການສ້າງຄູ່ຮ່ວມສະຕາກຳລາວ-ຈີນທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ໃຫ້ດີຂຶ້ນກວ່າເກົ່າ. 
ສະຫາຍ ອານຸພາບ ຕຸລາລົມ ໄດ້ສະແດງຄວາມເຫັນວ່າ: ໃນໄລຍະການຢ້ຽມຢາມ ສປ ຈີນ ຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດລາວ ນັ້ນ ເພິ່ນໄດ້ເດີນທາງໄປຢ້ຽມຢາມ ໂຮງຮຽນພັກສູນກາງພັກກອມມູນິດຈີນ (ສະຖາບັນການປົກຄອງແຫ່ງຊາດຈີນ) ອີກຄັ້ງໜຶ່ງໂດຍສະເພາະ, ແລະ ຜູ້ນຳສູງສຸດຂອງທັງສອງພັກ-ສອງລັດ ກໍໄດ້ຮ່ວມກັນເປັນສັກຂີພິຍານໃນການລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ລະຫວ່າງ ໂຮງຮຽນພັກສູນກາງຂອງທັງສອງພັກ. ຝ່າຍລາວ ພ້ອມແລ້ວທີ່ຈະຮ່ວມມືກັບຝ່າຍຈີນ ໃນການຈັດຕັ້ງປະຕິບັດຄວາມເຫັນດີເຫັນພ້ອມນຳກັນຂອງປະມຸກລັດທັງສອງປະເທດໃຫ້ປະກົດຜົນເປັນຈິງ, ເພີ່ມທະວີການຮ່ວມມືລະຫວ່າງສອງສະຖາບັນເພື່ອສ້າງພະລັງທາງດ້ານແນວຄິດ ໃຫ້ແກ່ການຮັດແໜ້ນການຮ່ວມມືຍຸດທະສາດຮອບດ້ານໃຫ້ເລິກເຊິ່ງຂຶ້ນກ່ວາເກົ່າ.
|