ໃນວັນທີ 1 ກໍລະກົດ, ສະຫາຍ ບຸນເຫຼືອ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ເດີນທາງມາອວຍພອນວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 105 ປີ ຢູ່ສະຖານເອກອັກຄະລັດຖະທູດຈີນໂດຍສະເພາະ,ພ້ອມທັງໄດ້ມອບໂທລະເລກອວຍ ພອນຂອງຝ່າຍລາວໃຫ້ແກ່ທ່ານນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ເພື່ອສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ຜົນສຳເລັດທີ່ພັກກອມມູນິດຈີນໄດ້ນຳພາປະຊາຊົນຈີນຍາດມາໄດ້ອັນເປັນສິ່ງມະຫັດສະຈັນທີ່ທົ່ວໂລກຈັບຕາເບິ່ງ ຕະຫຼອດໄລຍະ 105 ປີຜ່ານມາໂດຍສະເພາະແມ່ນນັບຕັ້ງແຕ່ກອງປະຊຸມໃຫຍ່ ຄັ້ງທີ XVIII ຂອງພັກກອມ ມູນິດຈີນເປັນຕົ້ນມາ, ພ້ອມທັງນຳພາປະເທດຈີນກາຍເປັນເສົາຄ້ຳອັນແໜ້ນແກ່ນໃນການປົກປັກຮັກສາສັນຕິພາບ ແລະ ການພັດທະນາຂອງໂລກ,ຝ່າຍລາວມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາອັນເດັດດ່ຽວໜຽວແໜ້ນຂອງສູນກາງພັກກອມມູນິດຈີນໂດຍມີສະຫາຍ ສີຈິ້ນຜິງ ເປັນແກນກາງນັ້ນ ປະຊາຊົນຈີນຈະສາມາດສ້າງສາປະເທດສັງຄົມນິຍົມທີ່ທັນສະໄໝໄດ້ສຳເລັດຕາມຄາດໝາຍ ແລະ ບັນລຸເປົ້າໝາຍສູ້ຊົນ 100 ປີ ເຫດການທີສອງໄດ້ຢ່າງຮາບຮື່ນ. 
ທ່ານນາງ ຟາງ ຫົງ ໄດ້ອະທິບາຍກ່ຽວກັບຈິດວິນຍານອັນຍິ່ງໃຫຍ່ໃນການສ້າງຕັ້ງພັກໂດຍປະສານສົມທົບກັບປະຫວັດສາດຂອງພັກ ພ້ອມທັງໄດ້ແນະນຳເນື້ອໃນວິທະຍາສາດຂອງແນວຄິດ ສີຈິ້ນຜິງ ວ່າດ້ວຍການກໍ່ສ້າງພັກ ແລະ ໄດ້ເນັ້ນໜັກວ່າ ຈີນ-ລາວ ແມ່ນປະເທດເພື່ອນບ້ານສັງຄົມນິຍົມທີ່ມີສະຕາກຳຮ່ວມກັນ, ຝ່າຍຈີນພ້ອມແລ້ວທີ່ຈະຮ່ວມມືກັບຝ່າຍລາວຢ່າງສຸດຄວາມສາມາດໃນການຈັດຕັ້ງປະຕິບັດຄວາມເຫັນດີເຫັນພ້ອມກັນທາງດ້ານຍຸດທະສາດຂອງຜູ້ນຳສູງສຸດທັງສອງຝ່າຍໃຫ້ປະກົດຜົນເປັນຈິງ,ເພີ່ມທະວີການແລກປ່ຽນບົດຮຽນໃນການບໍລິຫານພັກ ແລະ ຄຸ້ມຄອງລັດໃຫ້ເລິກເຊິ່ງຂຶ້ນກ່ວາເກົ່າ, ຊຸກຍູ້ການສ້າງຄູ່ຮ່ວມສະຕາກຳລາວ-ຈີນທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ໃຫ້ໄດ້ຮັບໝາກຜົນໃໝ່ຢ່າງບໍ່ຢຸດຢັ້ງເພື່ອອຸທິດກຳລັງແຮງເຂົ້າໃນການພັດທະນາຄວາມກ້າວໜ້າຂອງມວນມະນຸດ ແລະ ພາລະກິດສັງຄົມນິຍົມຂອງໂລກ. 
|