ວັນທີ 3 ກໍລະກົດນີ້, ສະຖານທູດຈີນ ປະຈຳ ລາວ ໄດ້ຮ່ວມກັບ ຝ່າຍລາວ ຈັດກອງປະຊຸມພົບປະສົນທະນາກ່ຽວກັບການສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ105 ປີ ທັງເປັນກອງປະຊຸມລາຍງານໝາກຜົນແຫ່ງການຄົ້ນຄວ້າໃນແຕ່ລະໄລຍະກ່ຽວກັບແນວຄິດ ສີຈິ້ນຜິງ ວ່າດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່. ສະຫາຍ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ; ສະຫາຍ ຄຳພັນ ເຜີຍຍະວົງ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກພ້ອມດ້ວຍການນຳຂັ້ນລັດຖະມົນຕີ 10 ກວ່າສະຫາຍ, ຜູ້ຕາງໜ້າຈາກພັກ, ລັດ, ກອງທັບ ແລະ ຜູ້ຕາງໜ້າຈາກວິສາຫະກິດຈີນເຂົ້າຮ່ວມປະມານ 300 ສະຫາຍ. 
ສະຫາຍ ວິໄລ ໄດ້ຕາງໜ້າໃຫ້ສູນກາງພັກປະຊາຊົນ ປະຕິວັດລາວ ອ່ານໂທລະເລກອວຍພອນ ແລະ ກ່າວຄຳປາໄສ. ສະຫາຍ ຄຳມອນ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ລາຍງານໝາກຜົນຂອງແຕ່ລະໄລຍະໃນການຄົ້ນຄ້ວາຫົວຂໍ້ສະເພາະ ແນວຄິດ ສີຈິ້ນຜິງ ວ່າດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່. ສະຫາຍ ຟາງ ຫົງ ເອກອັກຄະລັດຖະທູດຈີນ ແລະ ສະຫາຍ ຄຳພັນ ໄດ້ຜັດປ່ຽນກັນຂຶ້ນກ່າວສູນທອນພົດຫຼັກ. ທ່ານນາງ ຟາງ ຫົງ ໄດ້ໂຄສະນາເຜີຍແຜ່ແນວຄິດ ຂອງ ສະຫາຍ ສີຈິ້ນຜິງ ວ່າດ້ວຍການສ້າງສາພັກຢ່າງເປັນລະບົບໂດຍໄດ້ປະສານສົມທົບກັບວິວັດທະນາການແຫ່ງການຕໍ່ສູ້ເປັນເວລາ 105 ປີຂອງພັກກອມມູນິດຈີນ, ພ້ອມທັງແບ່ງປັນບົດຮຽນພາກປະຕິບັດຕົວຈິງໃນດ້ານການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ, ການສ້າງຕັ້ງ ແລະ ການຈັດຕັ້ງປະຕິບັດທັດສະນະຜົນງານການເມືອງທີ່ຖືກຕ້ອງ. ຝ່າຍລາວ ໄດ້ກ່າວຊົມເຊີຍຢ່າງສຸດໃຈຕໍ່ພັກກອມມູນິດຈີນ ທີ່ໄດ້ສ້າງການປ່ຽນແປງຢ່າງເລິກເຊິ່ງໃຫ້ແກ່ປະເທດຈີນ ແລະ ສົ່ງຜົນສະທ້ອນຕໍ່ໂລກ, ທັງໄດ້ຕີລາຄາສູງຕໍ່ຄວາມໝາຍຄວາມສຳຄັນລະດັບສາກົນ ແລະ ຄຸນຄ່າແຫ່ງຍຸກສະໄໝ ຂອງແນວຄິດອັນສຳຄັນຂອງສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ, ພ້ອມທັງສະແດງຄວາມຍິນດີທີ່ຈະຈັບມືຮ່ວມກັນກັບຝ່າຍຈີນ ເພື່ອຊຸກຍູ້ພາລະກິດສັງຄົມນິຍົມໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. 
|