
ວັນທີ 15 ມິຖຸນານີ້, ທ່ານນາງ ຟາງຮົງ ເອກອັກຄະລັດຖະທູດຈີນ ປະຈຳ ລາວ ໄດ້ລົງບົດຄວາມລົງນາມ ພາຍໃຕ້ຫົວຂໍ້ “ເພີ່ມທະວີແຮງຂັບເຄື່ອນໃໝ່ເຂົ້າໃນການລົງເລິກການສ້າງຄູ່ຮ່ວມຊະຕາກຳລາວ-ຈີນ” ໃນຄໍລຳ “ບັນທຶກຄວາມຊົງຈຳຂອງເອກອັກຄະລັດຖະທູດ” ຂອງໜັງສືພິມປະຊາຊົນລາຍວັນ. ເນື້ອໃນທັງໝົດມີດັ່ງນີ້: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດແຫ່ງສາທາລະນະລັດປະຊາຊົນຈີນ; ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໄດ້ເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດປະຊາຊົນຈີນ ຢ່າງເປັນທາງການໃນໝໍ່ໆມານີ້. ໃນໄລຍະການຢ້ຽມຢາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ດຳເນີນການພົບປະເຈລະຈາ ແລະ ບັນລຸໄດ້ຄວາມເຫັນດີເຫັນພ້ອມທີ່ສຳຄັນຫຼາຍປະການ, ເຊິ່ງໄດ້ເພີ່ມທະວີແຮງຂັບເຄື່ອນໃໝ່ ເຂົ້າໃນການຮັດແໜ້ນສາຍພົວພັນ ລາວ-ຈີນ, ການຮ່ວມມືຢ່າງໃກ້ຊິດໃນທຸກຂົງເຂດ ແລະ ການລົງເລິກການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ.
ລາວ ແລະ ຈີນ ເປັນປະເທດບ້ານໃກ້ເຮືອນຄຽງສັງຄົມນິຍົມທີ່ມີຊະຕາກຳຮ່ວມກັນ, ມີອຸດົມການ ແລະ ຄວາມເຊື່ອໝັ້ນອັນດຽວກັນ, ມີລະບອບການເມືອງຄືກັນ ແລະ ມີເສັ້ນທາງການພັດທະນາທີ່ໃກ້ຄຽງກັນ. ມິດຕະພາບແບບ “ສະຫາຍ ບວກ ອ້າຍນ້ອງ” ທີ່ໄດ້ຮັບການສ້າງຕັ້ງ ແລະ ຖະນຸຖະໜອມໂດຍການນຳຮຸ່ນກ່ອນໆຂອງສອງພັກ, ສອງລັດ ແມ່ນມີຄວາມໝັ້ນຄົງທະນົງແກ່ນຕະຫຼອດມາ. ປີນີ້ແມ່ນປີຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ແລະ ເປັນ “ປີມິດຕະພາບ ລາວ-ຈີນ”, ທັງເປັນປີເລີ່ມຕົ້ນການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ ຄັ້ງທີ 15 ຂອງຈີນ ແລະ ແຜນພັດທະນາ 5 ປີ ຄັ້ງທີ 10 ຂອງລາວ ໄປພ້ອມໆກັນ. ສອງປະເທດຕ່າງກໍຢູ່ໃນໄລຍະການຫັນເປັນທັນສະໄໝຕາມເສັ້ນທາງສັງຄົມນິຍົມ ແລະ ຢູ່ໃນໄລຍະຈຸດລ້ຽວທີ່ສຳຄັນຂອງການບັນລຸເປົ້າໝາຍການພັດທະນາຂອງຕົນ.
ເພື່ອຊຸກຍູ້ໃຫ້ສາຍພົວພັນ ແລະ ການສ້າງຄູ່ຮ່ວມຊະຕາກຳລະຫວ່າງສອງປະເທດ ກ້າວໄປສູ່ມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງຂຶ້ນຢ່າງບໍ່ຢຸດຢັ້ງ, ທ່ານເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ໄດ້ສະເໜີທັດສະນະ 4 ປະການ. ຜູ້ນຳສູງສຸດຂອງສອງພັກ, ສອງລັດ ຍັງໄດ້ບັນລຸຄວາມເຫັນດີເຫັນພ້ອມກັນຢ່າງຮອບດ້ານ ແລະ ສຳຄັນໃນການຮ່ວມກັນສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່, ແລະ ທັງສອງຝ່າຍໄດ້ຮ່ວມກັນອອກຖະແຫຼງການຮ່ວມ. ນີ້ບໍ່ພຽງແຕ່ເປັນການສະຫຼຸບຖອດຖອນບົດຮຽນອັນດີເລີດແຫ່ງຄວາມສຳເລັດໃນການສ້າງຕັ້ງສາຍພົວພັນການທູດຄົບຮອບ 65 ປີ ເທົ່ານັ້ນ, ແຕ່ຍັງເປັນແຜນປະຕິບັດເພື່ອສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນທີ່ເຂັ້ມແຂງໜຽວ ແໜ້ນໃນທຸກສະພາບການຂອງຍຸກໃໝ່ອີກດ້ວຍ.
ການແລກປ່ຽນບົດຮຽນດ້ານການບໍລິຫານລັດແມ່ນຈຸດເດັ່ນ ແລະ ເປັນທ່າແຮງຂອງສາຍພົວພັນ ລາວ-ຈີນ, ເຊິ່ງໄດ້ເພີ່ມທະວີຄວາມເຫັນດີເຫັນພ້ອມນຳກັນທາງດ້ານຍຸດທະສາດ ແລະ ພະລັງທາງດ້ານແນວຄິດຢ່າງຕໍ່ເນື່ອງເຂົ້າໃນການລົງເລິກການຮ່ວມມືຍຸດທະສາດຮອບດ້ານຂອງສອງປະເທດ. ຊຸກຍູ້ໃຫ້ທັງສອງຝ່າຍກາຍເປັນຕົວແບບໃນການສ້າງຄູ່ຮ່ວມຊະຕາກຳສອງຝ່າຍກ່ອນໝູ່,ເຊື່ອມໂຍງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ເຂົ້າກັບຍຸດທະສາດ “ການຫັນປ່ຽນປະເທດທີ່ບໍ່ມີທາງອອກສູ່ທະເລໃຫ້ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດພາກພື້ນ”ຢ່າງຕໍ່ເນື່ອງ, ເຮັດໃຫ້ມິດຕະພາບມູນເຊື້ອ ລາວ-ຈີນ ໄດ້ຮັບການຍົກລະດັບ ແລະ ມີຄຸນນະພາບສູງຂຶ້ນ.
ໃນການພົບປະເຈລະຈາ, ຜູ້ນຳສູງສຸດຂອງສອງພັກ ສອງລັດ ໄດ້ເນັ້ນໜັກຕື່ມອີກວ່າ: ຕ້ອງຮ່ວມກັນປົກປັກຮັກສາລະບອບສັງຄົມນິຍົມ ແລະ ຖານະເປັນພັກກຳອຳນາດຂອງພັກກອມມູນິດ, ຮັກສາການພົວພັນທາງດ້ານຍຸດທະສາດຢ່າງໃກ້ຊິດ, ຈັດຕັ້ງປະຕິບັດແຜນການຮ່ວມມື 5 ປີສະບັບໃໝ່ຂອງສອງພັກໃຫ້ດີ ແລະ ລົງເລິກການແລກປ່ຽນບົດຮຽນໃນການຄຸ້ມຄອງພັກ ແລະ ການບໍລິຫານລັດ,ໃນໄລຍະທີ່ທ່ານເລຂາທິການໃຫຍ່ ສີຈິ້ນຜິງ ເຮັດວຽກຢູ່ແຂວງເຈີ້ຈ່ຽງ, ເພິ່ນໄດ້ກຳນົດ “ຍຸດທະສາດ 8-8” ໃຫ້ແກ່ແຂວງເຈີ້ຈ່ຽງໂດຍສະເພາະ, ເຊິ່ງຕະຫຼອດໄລຍະ 20 ກວ່າປີຜ່ານມາໄດ້ນຳພາແຂວງເຈີ້ຈ່ຽງໃຫ້ເກີດການປ່ຽນແປງຢ່າງມະຫັດສະຈັນ.
ໃນໄລຍະການຢ້ຽມຢາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ເດີນທາງໄປຢ້ຽມຢາມເມືອງອ່ານຈີ ແຂວງເຈີ້ຈ່ຽງ ເຊິ່ງເປັນຕົ້ນກຳເນີດຂອງແນວຄິດ “ພູຂຽວນ້ຳໃສກໍ່ແມ່ນພູເງິນພູຄຳ” ເພື່ອສຳຜັດກັບການປະຕິບັດຕົວຈິງຂອງການພັດທະນາສີຂຽວຂອງຈີນ, ທັງສະແດງຄວາມຊົມເຊີຍຕໍ່ໝາກຜົນ ແລະ ການຊຸກຍູ້ “ໂຄງການຟື້ນຟູຊົນນະບົດນັບເປັນພັນເປັນໝື່ນ”. ນອກຈາກນີ້, ເພິ່ນຍັງໄດ້ໄປຢ້ຽມຢາມນະຄອນຫາງໂຈ່ວ ແຂວງເຈີ້ຈ່ຽງ ເຊິ່ງເປັນນະຄອນແຫ່ງນະວັດຕະກຳ, ເພື່ອຮັບຊົມການສາທິດຄວາມສາມາດຂອງຫຸ່ນຍົນ ແລະ ໄດ້ທົດລອງຄວບຄຸມຫຸ່ນຍົນສີ່ຂາດ້ວຍຕົນເອງ. ສິ່ງທີ່ທ່ານປະທານປະເທດ ທອງລຸນ ສີສຸລິດ ໄດ້ເຫັນນັ້ນບໍ່ແມ່ນພຽງແຕ່ທັດສະນີຍະພາບຂອງແຂວງເຈີ້ຈ່ຽງເທົ່ານັ້ນ, ແຕ່ແມ່ນເສັ້ນທາງການຫັນເປັນທັນສະໄໝແບບອະລິຍະທຳຈີນທີ່ສາມາດເບິ່ງເຫັນ ແລະ ຈັບບາຍໄດ້, ທັງເປັນການຈຸດປະກາຍໃຫ້ແກ່ໂລກ. ເສັ້ນທາງນີ້ພວມໄດ້ຮັບການຍອມຮັບຈາກສາກົນຢ່າງກວ້າງຂວາງ ແລະ ເປັນບົດຮຽນອັນມີຄຸນຄ່າໃຫ້ແກ່ບັນດາປະເທດຕ່າງໆ ລວມທັງ ສປປ ລາວ ໃນການຄົ້ນຄວ້າເສັ້ນທາງການຫັນເປັນທັນສະໄໝຂອງຕົນ, ທັງສະແດງໃຫ້ເຫັນເຖິງຄຸນຄ່າແຫ່ງຍຸກສະໄໝ ແລະ ຄວາມໝາຍລະດັບໂລກອັນພົ້ນເດັ່ນຂອງແນວຄິດ ສີຈິ້ນຜິງ ວ່າດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່.ໂຮງຮຽນພັກສູນກາງພັກກອມມູນິດຈີນໃນຖານະທີ່ເປັນສະຖາບັນການສຶກສາສູງສຸດຂອງພັກກອມມູນິດຈີນ, ແມ່ນອູ່ແຫ່ງການສ້າງຊັບພະຍາກອນມະນຸດໃນການບໍລິຫານລັດ, ທັງເປັນເວທີສຳຄັນໃນການແລກປ່ຽນ, ຖອດຖອນບົດຮຽນ ແລະ ລົງເລິກການຮ່ວມມືມິດຕະພາບລະຫວ່າງພັກການເມືອງຂອງຈີນ ແລະ ຕ່າງປະເທດ.
ເມື່ອ 26 ປີກ່ອນ, ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ເຄີຍໄດ້ມາທັດສະນະສຶກສາ ແລະ ຮຽນຮູ້ຢູ່ສະຖາບັນແຫ່ງນີ້ ເພື່ອສຶກສາລະບົບການສ້າງພັກ ແລະ ບົດຮຽນການບໍລິຫານລັດຂອງພັກກອມມູນິດຈີນ. ໃນການຢ້ຽມຢາມຄັ້ງນີ້, ເພິ່ນໄດ້ໃຫ້ກຽດກັບຄືນມາຢ້ຽມຢາມໂຮງຮຽນເກົ່າຂອງຕົນອີກຄັ້ງ. ດັ່ງທີ່ເພິ່ນໄດ້ກ່າວໄວ້ວ່າ: ປະສົບການອັນລ້ຳຄ່າໃນຄັ້ງນັ້ນບວກກັບການຕິດຕາມສັງເກດ ແລະ ການສຶກສາຢ່າງລົງເລິກກ່ຽວກັບເສັ້ນທາງການພັດທະນາຫັນເປັນທັນສະໄໝແບບອະລິຍະທຳຈີນໃນເວລາຕໍ່ມາ, ເຮັດໃຫ້ເພິ່ນມີຄວາມຄິດ ແລະ ການປະຕິບັດຕົວຈິງທີ່ເລິກເຊິ່ງຂຶ້ນກວ່າເກົ່າ ຕໍ່ກັບການສ້າງພັກກຳອຳນາດ, ການບໍລິຫານລັດ ແລະ ການພັດທະນາ. ການກັບມາພົບກັນອີກຄັ້ງໃນຮອບ 26 ປີນີ້, ເປັນສິ່ງຢັ້ງຢືນເຖິງການແລກປ່ຽນ ແລະ ຖອດຖອນບົດຮຽນດ້ານການບໍລິຫານລັດລະຫວ່າງສອງພັກທີ່ນັບມື້ນັບລົງເລິກ ແລະ ເປັນຮູບປະທຳ, ທັງສະທ້ອນໃຫ້ເຫັນເຖິງພາບການຮ່ວມມືຄຽງບ່າຄຽງໄຫຼ່ ແລະ ການສືບທອດພາລະກິດສັງຄົມນິຍົມຢ່າງບໍ່ຢຸດຢັ້ງ. ເມື່ອທິດທາງໄດ້ກຳນົດໄວ້ແລ້ວ, ຖ້າກ້າວເດີນໄປກໍຈະຮອດຈຸດໝາຍ.
ຝ່າຍຈີນ ຍິນດີຮ່ວມມືກັບ ຝ່າຍລາວ ເດີນຕາມເສັ້ນທາງສັງຄົມນິຍົມທີ່ເປັນທິດທາງຮ່ວມກັນ, ສືບຕໍ່ລົງເລິກການແລກປ່ຽນ ແລະ ຖອດຖອນບົດຮຽນດ້ານການຄຸ້ມຄອງພັກ ແລະ ການບໍລິຫານລັດ, ເພື່ອຫັນເອົາທ່າແຮງທາງດ້ານລະບອບການເມືອງໃຫ້ກາຍເປັນໝາກຜົນຕົວຈິງຂອງການພັດທະນາ; ໃນດ້ານການຮັດ ແໜ້ນການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ຈະຮ່ວມກັນຊຸກຍູ້ໃຫ້ເສັ້ນທາງລົດໄຟ ລາວ-ຈີນ ແລະ ແລວທາງເສດຖະກິດ ລາວ-ຈີນ ປົດປ່ອຍປະສິດທິຜົນໃຫ້ຫຼາຍຂຶ້ນ, ພ້ອມທັງຊຸກຍູ້ດ້ານເສດຖະກິດດິຈິຕອນ ແລະ ການພັດທະນາສີຂຽວໃຫ້ກາຍເປັນຈຸດເຕີບໂຕໃໝ່ຂອງການຮ່ວມມື; ໃນດ້ານການຮັດແໜ້ນມິດຕະພາບລະຫວ່າງປະຊາຊົນ, ຈະຊຸກຍູ້ການເຊື່ອມໂຍງຈິດໃຈຂອງປະຊາຊົນສອງຊາດໂດຍຜ່ານການແລກປ່ຽນດ້ານວັດທະນະທຳ,ການສຶກສາ,ຊາວໜຸ່ມ ແລະ ການທ່ອງທ່ຽວ; ນຳໃຊ້ກົນໄກການເຈລະຈາແບບຍຸດທະສາດ “3+3” ລະຫວ່າງ ຂະແໜງການຕ່າງປະເທດ, ປ້ອງກັນປະເທດ ແລະ ປ້ອງກັນຄວາມສະຫງົບ ໃຫ້ເກີດປະໂຫຍດສູງສຸດ, ເພື່ອຊຸກຍູ້ການສ້າງຄູ່ຮ່ວມຄວາມໝັ້ນຄົງ ລາວ-ຈີນ, ແລະ ຮ່ວມກັນປົກປັກຮັກສາສັນຕິພາບ, ຄວາມສະຫງົບຮຽບຮ້ອຍຂອງສອງປະເທດ ກໍຄືຂອງພາກພື້ນ.
ສາຍນ້ຳ ແລະ ສາຍພູທີ່ເຊື່ອມຈອດກັນເຮັດໃຫ້ສອງປະເທດກາຍເປັນເພື່ອນບ້ານທີ່ດີຕໍ່ກັນຕະຫຼອດໄປ; ສ່ວນຊະຕາກຳທີ່ຜູກພັນຮ່ວມກັນນັ້ນແມ່ນທາງເລືອກທີ່ປະຫວັດສາດ ແລະ ປະຊາຊົນສອງຊາດໄດ້ຮ່ວມກັນກຳນົດໄວ້. ພວກເຮົາເຊື່ອໝັ້ນຢ່າງສະໜິດແໜ້ນວ່າ, ພາຍໃຕ້ການນຳພາທາງດ້ານຍຸດທະສາດຂອງຜູ້ນຳສູງສຸດຂອງສອງພັກ, ສອງລັດ, ການສ້າງຄູ່ຮ່ວມຊະຕາກຳລາວ-ຈີນທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ຈະກ້າວເດີນໄປຂ້າງໜ້າຢ່າງໜັກແໜ້ນຕາມທິດທາງທີ່ໄດ້ກຳນົດໄວ້ຢ່າງແນ່ ນອນ.
(ຜູ້ຂຽນແມ່ນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ)