ທ່ານ ນາງ ຟ່າງ ຫົງ ເອກອັກຄະລັດຖະທູດຈີນ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ບ້ານຖິ່ນຊົມ ແຂວງຫຼວງພະບາງ ເພື່ອຕິດຕາມກວດກາສະພາບການກໍ່ສ້າງ ແລະ ຟື້ນຟູຄວາມຈະເລີນຂອງຊົນນະບົດ
2026-07-15 23:34

ທ່ານ ນາງ ຟ່າງ ຫົງ ເອກອັກຄະລັດຖະທູດຈີນ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ບ້ານຖິ່ນຊົມ ແຂວງຫຼວງພະບາງ ເພື່ອຕິດຕາມກວດກາສະພາບການກໍ່ສ້າງ ແລະ ຟື້ນຟູຄວາມຈະເລີນຂອງຊົນນະບົດວັນທີ 15 ກໍລະກົດ, ທ່ານ ນາງ ຟ່າງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປຈີນ ປະຈຳ ສປປລາວ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ບ້ານຖິ່ນຊົມ ແຂວງຫຼວງພະບາງ, ໂດຍໄດ້ ຮ່ວມພົບປະສົນທະນາກັບປະຊາຊົນພາຍໃນບ້ານ, ລົງຢ້ຽມຢາມເຮືອນຊານບ້ານຊ່ອງ ແລະ ພື້ນທີ່ການຜະ ລິດກະສິກຳ, ພ້ອມທັງໄດ້ລົງກວດກາຕົວຈິງ ໂຮງຮຽນອະນຸບານ ແລະ ຫ້ອງສະໝຸດແມ່ນ້ຳລ້ານຊ້າງ-ແມ່ ນ້ຳຂອງທີ່ໄດ້ຮັບການຊ່ວຍເຫຼືອກໍ່ສ້າງໂດຍວິສາຫະກິດຈີນ ໂດຍມີທ່ານ ຊາຍພອນ ຈັນທຸມມາ ຄະນະປະ ຈຳພັກແຂວງ, ເລຂາຄະນະພັກນະຄອນຫຼວງພະບາງ ແລະ ທ່ານ ຈ່າງ ເຊີ້ຜິງ ຫົວໜ້າສະຖານກົງສຸນໃຫຍ່ ສປຈີນປະຈຳແຂວງຫຼວງພະບາງ ເຂົ້າຮ່ວມ.

ທ່ານ ນາງ ຟ່າງ ຫົງ ໄດ້ກ່າວວ່າ ສອງປະເທດ ລາວ-ຈີນແມ່ນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ. ໃນໄລຍະການຢ້ຽມຢາມປະເທດຈີນຂອງທ່ານເລຂາທິການໃຫຍ່ ທອງລຸນ ສີສຸລິດ ໃນເດືອນມິຖຸນາປີນີ້, ປະມຸກລັດຂອງສອງປະເທດໄດ້ບັນລຸຄວາມເຫັນດີເຫັນພ້ອມທີ່ສຳຄັນ ກ່ຽວກັບການຊຸກຍູ້ການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່. ຝ່າຍຈີນ ຍິນດີຮ່ວມມືກັບຝ່າຍລາວຢ່າງສະໜິດແໜ້ນເພື່ອຈັດຕັ້ງປະຕິບັດໝາກຜົນຂອງການຢ້ຽມຢາມຂັ້ນສູງ, ເພີ່ມທະວີການແລກປ່ຽນລະຫວ່າງທ້ອງຖິ່ນ, ຊຸກຍູ້ການຮ່ວມມືດ້ານການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາຊົນນະບົດ, ຊ່ວຍຊຸກຍູ້ໃຫ້ການຟື້ນຟູຊົນນະບົດຂອງຝ່າຍລາວໄດ້ຮັບ ໝາກຜົນຕົວຈິງ, ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດໃຫ້ຫຼາຍຂຶ້ນກ່ວາເກົ່າ.

ບ້ານຖິ່ນຊົມຂອງລາວ ແລະ ບ້ານສິບແປດຖ້ຳຂອງຈີນ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບ ການສ້າງ"ບ້ານມິດຕະພາບສາກົນ" ໃນເດືອນພະຈິກ 2023, ເຊິ່ງບົດຮຽນ ແລະ ປະສົບການໃນການ ຫຼຸດຜ່ອນຄວາມທຸກຍາກຂອງບ້ານສິບແປດຖ້ຳພວມຊ່ວຍຊຸກຍູ້ໃຫ້ບ້ານຖິ່ນຊົມບັນລຸການພັດທະນາໃໝ່ ຢ່າງຕໍ່ເນື່ອງ.

Suggest To A Friend
  Print