ໃນວັນທີ 20 ກໍລະກົດ, ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມພົບ ທ່ານ ພົນໂທ ວັນທອງ ກອງມະນີ, ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ເພື່ອແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການຮັດແໜ້ນການຮ່ວມມືດ້ານການບັງຄັບໃຊ້ກົດໝາຍ ແລະ ຄວາມໝັ້ນຄົງ ລະຫວ່າງ ສອງປະເທດ. 
ທັງສອງຝ່າຍໄດ້ເນັ້ນໜັກຢ່າງເປັນເອກະພາບວ່າ ຈະຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມທີ່ສໍາຄັນຂອງຜູ້ນໍາສູງສຸດຂອງສອງພັກ, ສອງລັດ ຈີນ-ລາວ ຢ່າງເລິກເຊິ່ງ, ເພີ່ມທະວີການຮ່ວມມືດ້ານການບັງຄັບໃຊ້ກົດໝາຍ ແລະ ຄວາມໝັ້ນຄົງໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ສຸມທຸກກໍາລັງຄວາມສາມາດ ແລະ ຕັດສິນໃຈຕ້ານ-ປາບປາມອາຊະຍາກໍາຂ້າມຊາດ ເປັນຕົ້ນແມ່ນການສໍ້ໂກງທາງໂທລະຄົມມະນາຄົມຢ່າງເດັດດ່ຽວ, ສ້າງການຮ່ວມມືດ້ານຄວາມໝັ້ນຄົງທີ່ມີຄວາມໜຽວແໜ້ນສູງ, ເພື່ອຮ່ວມກັນ ປົກປ້ອງ ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່.
|