ສະຖານທູດຈີນ ປະຈຳ ລາວ ຈັດງານລ້ຽງເພື່ອສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍ ປະຊາ ຊົນຈີນ ຄົບຮອບ 99 ປີ
2026-07-25 17:09

ວັນທີ 24 ກໍລະກົດນີ້, ສະຖານທູດຈີນ ປະຈຳ ລາວ ໄດ້ຈັດງານລ້ຽງເພື່ອສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 99 ປີ ຂຶ້ນທີ່ ນະຄອນຫຼວງວຽງຈັນ. ທ່ານ ນາງ ຟ່າງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປຈີນ ປະຈຳ ສປປລາວ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຜູ້ແທນຈາກພາກສ່ວນຕ່າງໆຫຼາຍກວ່າ 400 ທ່ານເຂົ້າຮ່ວມ.

ທ່ານ ລີ ບິງ ທີ່ປຶກສາຝ່າຍປ້ອງກັນປະເທດ ປະຈຳສະຖານທູດຈີນ ໄດ້ກ່າວກຳເຫັນວ່າ: ພາຍໃຕ້ການນຳພາຢ່າງເດັດຂາດຂອງພັກ, ກອງທັບປົດປ່ອຍປະຊາຊົນຈີນ ກຳລັງກ້າວໄປຂ້າງໜ້າຢ່າງແຂງແຮງ ເພື່ອບັນລຸເປົ້າໝາຍການຕໍ່ສູ້ຄົບຮອບ 100 ປີ ຂອງການສ້າງຕັ້ງກອງທັບ. ປີນີ້ແມ່ນປີຄົບຮອບ 65 ປີ ແຫ່ງການສ້າງສາຍພົວພັນທາງການທູດ ລາວ-ຈີນ ແລະ ເປັນ "ປີມິດຕະພາບ ລາວ-ຈີນ", ການຮ່ວມມືຂອງສອງກອງທັບໃນຂົງເຂດການຊ້ອມຮົບຮ່ວມ, ການແພດການທະຫານ, ການຝຶກອົບຮົມບຸກຄະລາກອນ ແລະ ອື່ນໆ ແມ່ນໄດ້ຮັບໝາກຜົນອັນອຸດົມສົມບູນ. ຝ່າຍຈີນຍິນດີຮ່ວມກັບຝ່າຍລາວ ເພື່ອຈັດຕັ້ງປະຕິບັດຄວາມເຫັນດີເຫັນພ້ອມຂອງຜູ້ນຳສູງສຸດຂອງສອງພັກ, ສອງລັດໃຫ້ປະກົດຜົນເປັນຈິງ, ຊຸກຍູ້ການຮ່ວມມືຂອງສອງກອງທັບໃຫ້ຂະຫຍາຍຕົວໄປສູ່ລະດັບທີ່ເລິກເຊິ່ງກວ່າເກົ່າ, ກວ້າງຂວາງກວ່າເກົ່າ ແລະ ສູງຂຶ້ນກວ່າເກົ່າ.

ທ່ານ ພົນເອກ ຄຳລຽງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ຝ່າຍຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອທາງດ້ານການທະຫານຢ່າງມີຄຸນຄ່າຕະຫຼອດໄລຍະທີ່ຜ່ານມາ, ພ້ອມທັງກ່າວວ່າ ຝ່າຍລາວມີຄວາມຖະໜຸຖະນອມຫ່ວງແຫນມິດຕະພາບອັນເປັນມູນເຊື້ອຂອງສອງກອງທັບ,ຍິນດີທີ່ຈະເພີ່ມທະວີການຮ່ວມມືໃຫ້ເລິກເຊິ່ງຂຶ້ນ   ກ່ວາເກົ່າ, ຮ່ວມກັນປົກປ້ອງການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ ເພື່ອເພີ່ມພະລັງບວກເຂົ້າໃນສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ.


Suggest To A Friend
  Print