ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດຈີນ ປະຈຳ ລາວ ຢ້ຽມຢາມ ແຂວງອັດຕະປື
2026-07-30 17:34

    ໃນວັນທີ 28 ຫາ 30 ກໍລະກົດນີ້ , ທ່ານ ນາງ ຟ່າງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປຈີນ ປະຈໍາ ສປປລາວ ໄດ້ເດີນທາງໄປຢ້ຽມຢາມແຂວງອັດຕະປື. ໃນໂອກາດພົບປະກັບ ທ່ານ ບຸນເຖິງ ດວງສະຫວັນ, ເລຂາພັກແຂວງ, ທ່ານ ນາງ ຟ່າງ ຫົງ ໄດ້ເນັ້ນໜັກວ່າ: ແຂວງອັດຕະປື ມີມູນເຊື້ອປະຕິວັດທີ່ອົງອາດກ້າຫານ ແລະ ມີທ່າແຮງທາງດ້ານຊັບພະຍາກອນທີ່ດີ. ປະມຸກລັດຂອງສອງປະເທດໄດ້ບັນລຸຄວາມເຫັນດີເຫັນພ້ອມທີ່ສໍາຄັນກ່ຽວກັບການສ້າງຄູ່ຮ່ວມຊະຕາກໍາຈີນ- ລາວທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່, ຫວັງຢ່າງຍິງວ່າ ແຂວງອັດຕະປື ຈະກໍາເອົາໂອກາດທາງປະຫວັດສາດໃຫ້ດີ, ຕັ້ງໜ້າຂະຫຍາຍການແລກປ່ຽນ ແລະ ການຮ່ວມມືກັບຝ່າຍຈີນໃນທຸກໆຂົງເຂດ, ເພື່ອສ້າງຄວາມຜາສຸກໃຫ້ແກ່ປະຊາຊົນໃນທ້ອງຖິ່ນ, ທັງເປັນການເພີ່ມພູນຄູນສ້າງເນື້ອໃນການຮ່ວມມືຍຸດທະສາດຮອບດ້ານ ຈີນ- ລາວ ຢ່າງຕໍ່ເນື່ອງ.

    ທ່ານ ບຸນເຖິງ ດວງສະຫວັນ ໄດ້ສະແດງຄຳເຫັນວ່າ: ແຂວງອັດຕະປື ໃຫ້ຄວາມສໍາຄັນຫຼາຍຕໍ່ການແລກປ່ຽນ ແລະ ຮ່ວມມືກັບທ້ອງຖິ່ນຂອງຈີນ, ພ້ອມທີ່ຈະສຸມໃສ່ຂົງເຂດກະສິກໍາ, ພະລັງງານ, ຊັບພະຍາກອນບໍ່ແຮ່ ແລະ ອື່ນໆ, ຂຸດຄົ້ນທ່າແຮງບົ່ມຊ້ອນໃນການຮ່ວມມືກັບຈີນ ເພື່ອຊຸກຍູ້ການພັດທະນາຂອງຕົນເອງ ແລະ ຮ່ວມກັນສ້າງຄູ່ຮ່ວມຊະຕາກໍາຂອງສອງປະເທດ.


Suggest To A Friend
  Print