ວັນທີ 29 ຫາ 30 ກໍລະກົດນີ້, ສະຫາຍ ນາງ ຟ່າງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສປຈີນ ປະຈຳ ສປປລາວ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ການດຳເນີນທຸລະກິດຂອງບັນດາວິສາຫະກິດຈີນຢູ່ແຂວງອັດຕະປື. ໃນໂອກາດນີ້, ສະຫາຍໄດ້ໄປຢ້ຽມຢາມເຂື່ອນໄຟຟ້ານ້ຳຕົກນ້ຳກອງ 1,ສະຖານີໄຟຟ້າພູວົງ ຂອງໂຄງການສາຍສົ່ງໄຟຟ້າ 500 ກິໂລໂວນ ບ້ານຫາດ–ບ້ານນາ–ອັດຕະປື, ແລະ ຖານການປູກຝັງຢູ່ເຂດສາທິດອຸດສາຫະກຳກະສິກຳນິເວດອັດສະລິຍະ ພູເຂົາໄຟ ເຈ່ຍຣຸນ, ພ້ອມທັງໄດ້ຮັບຟັງການລາຍງານສະພາບການດຳເນີນທຸລະກິດ ແລະ ຮ່ວມພົບປະສົນທະນາກັບບັນດາຜູ້ບໍລິຫານຂອງວິສາຫະກິດດັ່ງກ່າວ. 
ສະຫາຍ ນາງ ຟ່າງ ຫົງ ໄດ້ກ່າວວ່າ: ບັນດາວິສາຫະກິດຈີນໄດ້ຕັ້ງຫຼັກປັກຖານຢູ່ເຂດຫ່າງໄກສອກຫຼີກຂອງລາວ,ຕັ້ງໜ້າເຂົ້າຮ່ວມການພັດທະນາຂົງເຂດສໍາຄັນ ເປັນຕົ້ນແມ່ນພະລັງງານ ແລະ ກະສິກຳຢູ່ແຂວງອັດຕະປື, ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ. ຊ່ວງນີີ້ເປັນຊ່ວງລະດູຝົນ, ຕ້ອງໄດ້ເອົາໃຈໃສ່ຢ່າງເຂັ້ມງວດກ່ຽວກັບຄວາມປອດໄພໃນການຜະລິດ, ຈັດຕັ້ງປະຕິບັດມາດຕະການຕິດຕາມຄວາມປອດໄພ ແລະ ແຜນຮັບມືເຫດສຸກເສີນຕ່າງໆໃຫ້ເປັນຮູບປະທຳ, ເພື່ອຮັກສາຄວາມປອດໄພໃຫ້ໄດ້ຢ່າງເດັດຂາດ. ພ້ອມກັນນັ້ນ, ຕ້ອງຍຶດໝັ້ນການດຳເນີນທຸລະກິດຕາມກົດໝາຍ ແລະ ລະບຽບການ, ເອົາໃຈໃສ່ປະຕິບັດພັນທະທາງສັງຄົມ, ສ້າງພື້ນຖານໃຫ້ ໜັກແໜ້ນເພື່ອກ້າວໄປຂ້າງໜ້າຢ່າງໝັ້ນທ່ຽງ ແລະ ຍາວນານ, ໃຫ້ກາຍເປັນຂົວຕໍ່ ແລະ ສາຍໃຍຂອງການຮ່ວມມືມິດຕະພາບ ຈີນ-ລາວໃຫ້ດີ. 
|