ທ່ານ ນາງ ຟ່າງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສປຈີນ ປະຈຳ ສປປລາວ ໄດ້ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດລາວ ທີ່ຫໍປະຊຸມແຫ່ງຊາດໃນ ວັນທີ 11 ສິງຫານີ້.

ທ່ານ ນາງ ຟ່າງ ຫົງ ໄດ້ສະແດງຄວາມໂສກເສົ້າເສຍໃຈຢ່າງສຸດຊຶ້ງຕໍ່ການຈາກໄປຂອງ ທ່ານ ໄຊສົມພອນ ພົມວິຫານ. ທ່ານ ຍັງໄດ້ຍົກໃຫ້ເຫັນເຖິງຜົນງານ ຂອງທ່ານໄຊສົມພອນ ພົມວິຫານ ແມ່ນໜຶ່ງໃນການນຳທີ່ສໍາຄັນຂອງສູນກາງພັກປະຊາຊົນປະຕິວັດລາວ,ຜູ້ທີ່ໄດ້ອຸທິດຕະຫຼອດຊີວິດໃຫ້ແກ່ພາລະກິດປະຕິວັດຂອງລາວ ແລະ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຂະຫຍາຍຕົວຂອງສາຍພົວພັນ ຈີນ-ລາວ.ໂດຍສະເພາະໃນຂົງເຂດການຮ່ວມມື ລະຫວ່າງ ສະພາປະຊາຊົນຈີນ ແລະ ສະພາແຫ່ງຊາດແຫ່ງ ສປປ ລາວ ແລະ ຍັງເຊື່ອແນ່ວ່າ ພັກ ແລະ ປະຊາຊົນລາວຈະຫັນເອົາຄວາມໂສກເສົ້າເສຍໃຈມາເປັນພະລັງແຮງ, ຊຸກຍູ້ໃຫ້ພາລະກິດສັງຄົມນິຍົມຂອງລາວບັນລຸຜົນສໍາເລັດໃໝ່.ຝ່າຍຈີນຍິນດີຮ່ວມມືກັບຝ່າຍລາວໃນການຈັດຕັ້ງປະຕິບັດການຮ່ວມມືຕາມທິດທາງຍຸດທະສາດຂອງການນຳສູງສຸດຂອງສອງພັກ, ສອງລັດໃຫ້ປະກົດຜົນເປັນຈິງ, ຮ່ວມກັນສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່. 
ໃນໂອກາດນີ້, ທ່ານ ນາງ ຟ່າງ ຫົງ ໄດ້ ສະແດງຄວາມເສົ້າໂສກເສຍໃຈ ແລະ ແບ່ງຄວາມທຸກໂສກຕໍ່ຄອບຄົວ,ຍາດຕິຕິພີ່ນ້ອງຂອງຄອບຄົວ ໄຊສົມພອນ ພົມວິຫານ ທີ່ໄດ້ສູນເສຍຄົນສໍາຄັນໃນຄອບຄົວ. ການນໍາຝ່າຍລາວກໍ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ສະຫາຍ ນາງ ຟ່າງ ຫົງ ທີ່ໄດ້ເຂົ້າວາງພວງມາລາ ໄວ້ອາໄລ,ພ້ອມທັງເນັ້ນໜັກວ່າຈະຮ່ວມກັບຝ່າຍຈີນໃນການເສີມຂະຫຍາຍມູນເຊື້ອຄວາມສາມັກຄີມິດຕະພາບ,ຮັດແໜ້ນການຮ່ວມມືຕົວຈິງ ເພື່ອສ້າງຄວາມຮັ່ງມີ ແລະ ນຳເອົາຜົນປະໂຫຍດອັນຍິ່ງໃຫຍ່ກວ່າເກົ່າໃຫ້ແກ່ປະຊາຊົນສອງປະເທດ.
|