ເອກອັກຄະລັດຖະທູດຈີນ ປະຈໍາ ສປປ ລາວ ສົ່ງຄະນະຜູ້ແທນຊາວໜຸ່ມລາວ ເດີນທາງໄປທັດສະນະສຶກສາຮ່ອງຮອຍປະຕິວັດ ແລະ "ການເດີນທາງຕາມເສັ້ນທາງລົດໄຟ ລາວ-ຈີນ"
2026-08-17 17:45

    ທ່ານ ນາງ ຟ່າງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສປຈີນ ປະຈໍາ ສປປລາວ ແລະ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດພິທີສົ່ງຄະນະຜູ້ແທນຊາວໜຸ່ມປະຊາຊົນປະຕິວັດລາວ ເດີນທາງໄປທັດສະນະສຶກສາຮ່ຳຮຽນຮ່ອງຮອຍປະຕິວັດ ແລະ "ການເດີນທາງຕາມເສັ້ນທາງລົດໄຟ ລາວ-ຈີນ"ຢູ່ທີ່ສໍານັກງານສູນກາງປະຊາຊົນປະຕິວັດລາວໃນວັນທີ 14 ສິງຫາ 2026 ນີ້.ໂດຍມີຄະນະຜູ້ແທນຊາວໜຸ່ມປະຊາຊົນປະຕິວັດລາວທັງໝົດເຂົ້າຮ່ວມ.

      ໃນໂອກາດນີ້,ທ່ານ ນາງ ຟ່າງ ຫົງ ໄດ້ພັກດັນໃຫ້ຄະນະຊາວໜຸ່ມປະຊາຊົນປະຕິວັດລາວໄປທັດສະນະສຶກສາຄົ້ນຄວ້າຮຽນຮູ້ປະຫວັດສາດ ການພົວພັນຮ່ວມມືຊ່ວຍເຫຼືອກັນດ້ວຍຄວາມບໍລິສຸດໃຈ ຂອງສອງຊາດລາວ-ຈີນໃນໄລຍະ ຜ່ານມາຈົນຮອດປັດຈຸບັນ. ທັງເປັນການປະຕິບັດຄວາມເຫັນດີເຫັນພ້ອມດ້ານຍຸດທະສາດຂອງຜູ້ນຳສູງສຸດຂອງສອງພັກ-ສອງລັດ.  ການເດີນທາງຕາມຮ່ອງຮອຍປະຕິວັດ ລາວ-ຈີນ ແລະ ເສັ້ນທາງລົດໄຟ ລາວ-ຈີນ ຈະເປັນການຫວນຄືນຊຸມປີອັນຮຸ່ງເຮືອງຂອງການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ສຳພັດກັບການຫັນເປັນທັນສະໄໝແບບຈີນ ແລະ ແນວໂນ້ມການຮ່ວມມື ລາວ-ຈີນ ອັນກວ້າງຂວາງ, ຕັ້ງໜ້າເປັນຜູ້ສືບທອດ, ຜູ້ກໍ່ສ້າງ ແລະ ຜູ້ເຜີຍແຜ່ສາຍພົວພັນມິດຕະພາບ ລາວ-ຈີນ, ພ້ອມທັງອຸທິດກຳລັງແຮງຂອງໄວໜຸ່ມ ເຂົ້າໃນການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນທີ່ເຂ້ັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່.

    ທ່ານ ທອງລິດ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ຝ່າຍຈີນ ທີ່ໄດ້ມອບໂອກາດທັດສະນະສຶກສາອັນລ້ຳຄ່ານີ້, ພ້ອມທັງຮຽກຮ້ອງໃຫ້ໄວໜຸ່ມລາວ ຈົ່ງຕັ້ງໃຈຮຽນຮູ້ ເກັບກ່ຽວເອົາບົດຮຽນປະຫວັດສາດອັນລໍ້າຄ່າ ແລະ ສຳພັດກັບປະເທດຈີນຢ່າງເລິກເຊິ່ງ, ສືບທອດສາຍພົວພັນມິດຕະພາບອັນເປັນມູນເຊື້ອລາວ-ຈີນ, ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືລະຫວ່າງຊາວໜຸ່ມສອງປະເທດ, ແລະ ອຸທິດຢ່າງຕັ້ງໜ້າ ເຂົ້າໃນການສ້າງໜ້າປະຫວັດສາດໃໝ່ຂອງມິດຕະພາບ ລາວ-ຈີນ.

     ພາຍຫຼັງ ສິ້ນສຸດພິທີ  ທ່ານ ນາງ ຟ່າງ ຫົງ ຍັງໄດ້ຮ່ວມກັບ ທ່ານ ທອງລິດ ສີສຸລິດ ໄປຢ້ຽມຢາມ ສະຖານີວິທະຍຸຊາວໜຸ່ມລາວ ແລະ ໄດ້ແລກປ່ຽນຄຳຄິດຄຳເຫັນກັບຄະນະຮັບຜິດຊອບກ່ຽວກັບການເພີ່ມທະວີການແລກປ່ຽນ ແລະ ທິດທາງການຮ່ວມມືພັດທະນາຊາວໜຸ່ມໃນອະນາຄົດ.



Suggest To A Friend
  Print