ໃນວັນທີ 21 ສິງຫາ,ສະຖານທູດຈີນ ປະຈຳ ລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນຄ້າຍວັນເກີດ ຂອງ ສະຫາຍ ຈ່ຽງ ເຈີໝິນ ຄົບຮອບ100ປີ ໂດຍມີທ່ານ ຫວາງ ຊ້າງ ອຸປະທູດຊົ່ວຄາວ ສະຖານທູດຈີນ ພ້ອມດ້ວຍ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ, ເລຂາທິການສະມາຄົມ ມິດຕະພາບ ລາວ-ຈີນຂັ້ນສູນກາງ, ທ່ານ ສາດສະດາຈານ ດຣ ປອນເມກ ດາລາລອຍ ປະທານສະພາຄຸ້ມຄອງວິຊາຊີບປິ່ນປົວວຽງຈັນ, ອະດີດເອກອັກຄະລັດຖະທູດລາວ ປະຈຳ ຈີນ ແລະ ພະນັກງານຫຼັກ ແຫຼ່ງພັກ-ລັດເກືອບ 100 ທ່ານ ໄດ້ເຂົ້າຮ່ວມ. 
ທ່ານ ຫວາງ ຊ້າງ ກ່າວວ່າ: ທ່ານ ເລຂາທິການໃຫຍ່ ສີ ຈິ້ນຜິງ ໄດ້ກ່າວຄຳປາໄສ ອັນສຳຄັນໃນພິທີສະເຫຼີມ ສະຫຼອງວັນຄ້າຍວັນເກີດ ຂອງສະຫາຍ ຈ່ຽງ ເຈີໝິນ ຄົບຮອບ 100 ປີ ໂດຍໄດ້ຕີລາຄາສູງຕໍ່ຜົນງານອັນໃຫຍ່ຫຼວງທີ່ບໍ່ມີມື້ເສື່ອມໂຊມຂອງ ສະຫາຍ ຈ່ຽງ ເຈີໝິນ,ທັງໄດ້ຮຽກຮ້ອງໃຫ້ຮຽນຮູ້ແບບຢ່າງຄຸນສົມບັດອັນປະເສີດຂອງ ສະຫາຍ ຈ່ຽງ ເຈີໝິນ ຢ່າງເລິກເຊິ່ງ, ຊຸກຍູ້ພາລະກິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃຫ້ກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ. ສະຫາຍ ຈ່ຽງ ເຈີໝິນ ໄດ້ຢ້ຽມຢາມລັດຖະກິດຢູ່ ລາວ ໃນປີ2000 ເຊິ່ງໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການຂະຫຍາຍສາຍພົວພັນຂອງສອງຊາດ. ຝ່າຍຈີນຍິນດີຮ່ວມກັບຝ່າຍລາວ ສືບທອດ ແລະ ເສີມຂະຫຍາຍມູນເຊື້ອມິດຕະພາບພາຍໃຕ້ການຊີ້ນຳຂອງຜູ້ນຳສູງສຸດສອງຝ່າຍ, ຮ່ວມກັນສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່. ຝ່າຍລາວ ໄດ້ສະແດງຄຳເຫັນວ່າ: ສະຫາຍ ຈ່ຽງ ເຈີໝິນ ແມ່ນຜູ້ນຳທີ່ດີເລີດຂອງຈີນ ທີ່ໄດ້ສ້າງຜົນງານອັນໂດດເດັ່ນເຂົ້າໃນການຊຸກຍູ້ພາລະກິດຂອງພັກ ແລະ ປະເທດຊາດຈີນ.ຝ່າຍລາວ ຍິນດີສືບທອດມູນເຊື້ອມິດຕະພາບອັນເລິກເຊິ່ງທີ່ການນຳຮຸ່ນກ່ອນໄດ້ຮ່ວມກັນສ້າງຂຶ້ນ ແລະ ຍົກລະດັບສາຍພົວພັນລະຫວ່າງສອງຝ່າຍໃຫ້ກ້າວຂຶ້ນສູ່ຂັ້ນໃໝ່ຢ່າງບໍ່ຢຸດຢັ້ງ.
|