
ວັນທີ 14 ກັນຍາ, ທ່ານນາງ ຟ່າງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປຈີນ ປະຈຳ ສປປລາວ ໄດ້ພົບປະກັບທ່ານ ໂພໄຊ ໄສຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທັງເປັນຮອງປະທານຜູ້ປະຈຳການຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ, ໂດຍຕາງໜ້າໃຫ້ສະຖານທູດໄດ້ສະແດງຄວາມເສຍໃຈຢ່າງເລິກເຊິ່ງ ແລະ ມອບເງິນຊ່ວຍເຫຼືອໃຫ້ແກ່ປະຊາຊົນຢູ່ບັນດາແຂວງພາກເໜືອຂອງລາວ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳທວມຢ່າງໜັກໜ່ວງ, ພ້ອມທັງເນັ້ນໜັກວ່າ: ຝ່າຍຈີນ ແລະ ລາວ ພວມມຸ້ນໝັ້ນສ້າງຄູ່ຮ່ວມະຊະຕາກຳຈີນ-ລາວທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່, ຝ່າຍຈີນພ້ອມແລ້ວທີ່ຈะຮ່ວມມືກັບຝ່າຍລາວໃນການເພີ່ມທະວີການຮ່ວມມືດ້ານການປ້ອງກັນ ແລະ ຫຼຸດຜ່ອນໄພພິບັດຂ້າມຊາຍແດນ, ປົກປ້ອງຊີວິດ ແລະ ຊັບສິນຂອງປະຊາຊົນສອງຊາດ, ພ້ອມທັງຮັບປະກັນຄວາມປອດໄພຂອງໂຄງການຮ່ວມມືສຳຄັນຕ່າງໆ ເຊັ່ນ: ເສັ້ນທາງລົດໄຟ ລາວ-ຈີນ ເປັນຕົ້ນ.

ທ່ານລັດຖະມົນຕີ ໂພໄຊ ໄດ້ຕາງໜ້າໃຫ້ຝ່າຍລາວສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນອັນລ້ຳຄ່າຈາກຝ່າຍຈີນ, ພ້ອມທັງສະແດງຄວາມເຫັນວ່າ ໄລຍະຜ່ານມາ ຫຼາຍແຂວງພາກເໜືອຂອງລາວ ໄດ້ປະສົບກັບໄພນ້ຳຖ້ວມຢ່າງຮ້າຍແຮງ ແລະ ກໍ່ໃຫ້ເກີດຄວາມເສຍຫາຍຢ່າງໜັກໜ່ວງ, ຝ່າຍລາວຈະນຳເອົາການຊ່ວຍເຫຼືອຂອງຈີນໄປໃຊ້ເຂົ້າໃນວຽກງານກູ້ໄພກູ້ຊີບ ແລະ ຟື້ນຟູຫຼັງໄພພິບັດດ້ວຍຄຸນນະພາບສູງ ແລະ ມີປະສິດທິຜົນ, ພ້ອມທັງຮັບປະກັນການດຳເນີນງານຢ່າງປອດໄພຂອງບັນດາໂຄງການສຳຄັນລະຫວ່າງສອງປະເທດ.
|