ການແຂ່ງຂັນແລ່ນມາຣາທອນເພື່ອສະເຫຼີມສະຫຼອງວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດຈີນ-ລາວ ຄົບຮອບ 65 ປີ ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ
2026-09-21 12:00

ວັນທີ 20 ກັນຍາຜ່ານມານີ້, ການແຂ່ງຂັນແລ່ນມາຣາທອນເພື່ອສະເຫຼີມສະຫຼອງວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດຈີນ-ລາວ ຄົບຮອບ 65 ປີ ເຊິ່ງຮ່ວມກັນຈັດໂດຍສະຖານທູດ ສປ ຈີນ ປະຈຳ ສປປ ລາວ ແລະ ສະພາແຫ່ງຊາດລາວ ຢ່າງເປັນທາງການຢູ່ທີ່ນະຄອນຫຼວງວຽງຈັນ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ນາງ ສຸນທອນ ໄຊຍະຈັກ ຮັກສາການປະທານສະພາແຫ່ງຊາດ ພ້ອມດ້ວຍການນໍາຂັ້ນສູງໄດ້ໃຫ້ກຽດເຂົ້າຮ່ວມ.

ທ່ານນາງ ຟ່າງ ຫົງ  ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສປຈີນ ປະຈຳ ສປປ ລາວ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນວ່າ: ຕະຫຼອດໄລຍະ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ, ສອງປະເທດໄດ້ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນມາໂດຍຕະຫຼອດ, ພ້ອມທັງໄດ້ສ້າງມິດຕະພາບແບບ “ສະຫາຍ ບວກ ອ້າຍນ້ອງ” ທີ່ມີຄວາມເລິກເຊິ່ງ. ຝ່າຍຈີນຍິນດີຮ່ວມກັບຝ່າຍລາວໃນການສືບຕໍ່ລົງເລິກການສ້າງຄູ່ຮ່ວມຊາຕາກຳຈີນ-ລາວທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກ ໃໝ່ ແລະ ເຊື່ອໝັ້ນວ່າບາດກ້າວຂອງບັນດານັກແລ່ນມາຣາທອນຈະກາຍເປັນຂົວຕໍ່ແຫ່ງມິດຕະພາບລະຫວ່າງຈີນ ແລະ ລາວ.

ມີນັກແລ່ນປະມານ 5,000 ຄົນ ຊຶ່ງປະກອບດ້ວຍ ຕົວແທນຈາກຂະແໜງການຕ່າງໆຂອງລາວ, ຊາວຈີນ ແລະ ຊາວຈີນຕ່າງດາດທີ່ອາໄສຢູ່ ສປປ ລາວ ພ້ອມດ້ວຍເພື່ອນມິດຈາກປະເທດທີສາມ ໄດ້ເຂົ້າຮ່ວມການແລ່ນມາຣາທອນໃນຄັ້ງນີ້. ບັນຍາກາດພາຍໃນງານແມ່ນເຕັມໄປດ້ວຍຄວາມຟົດຟື້ນມ່ວນຊື່ນ, ທຸກຄົນໄດ້ ອອກກຳລັງກາຍເພື່ອສຸຂະພາບທີ່ແຂງແຮງ ແລະ ພ້ອມກັນສົນທະນາະແລກປ່ຽນຄຳຄິດຄຳເຫັນນຳກັນກ່ຽວກັບມິດຕະພາບ.

 

 

 


Suggest To A Friend
  Print