ສະຖານທູດຈີນປະຈຳລາວຈັດງານລ້ຽງສະຫຼອງວັນຊາດຈີນຄົບຮອບ 77 ປີ ຢ່າງສົມກຽດ
2026-09-22 12:24

    ວັນທີ 21 ກັນຍາ, ສະຖານທູດຈີນປະຈຳລາວ ໄດ້ຈັດງານລ້ຽງສະຫຼອງວັນຊາດຈີນຄົບຮອບ 77 ປີ. ໂດຍມີ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ທ່ານ ເພັດ ພົມພິພັກ ຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຜູ້ຮັກສາການແທນປະທານສະພາແຫ່ງຊາດ, ທ່ານ ພົທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍບັນດາການນຳຂັ້ນສູງ, ລັດຖະມົນຕີ 10 ກວ່າທ່ານ ແລະ ຜູ້ຕາງໜ້າຊາວຈີນຕ່າງດ້າວຊາວຈີນທີ່ອາໄສຢູ່ລາວ ລວມທັງແຂກຖືກເຊີນເຂົ້າຮ່ວມ 500 ກວ່າຄົນ.

    ທ່ານນາງ ຟ່າງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສປຈີນປະຈຳສປປລາວ ໄດ້ກ່າວຄຳປະໄສກ່ຽວກັບຜົນງານການພັດທະນາຂອງຈີນ ແລະ ຜົນສຳເລັດຂອງການຮ່ວມມືຈີນ-ລາວ, ພ້ອມທັງເນັ້ນໜັກວ່າ: ພາຍໃຕ້ການຊີ້ນຳນຳພາອັນສະຫຼາດສ່ອງໃສ ຂອງ ທ່ານເລຂາທິການໃຫຍ່ ສີຈິ້ນຜິງ, ປະເທດຈີນກຳລັງຊຸກຍູ້ວຽກງານການສ້າງສາປະເທດໃຫ້ເຂັ້ມແຂງ ແລະ ພາລະກິດການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊາດຢ່າງຮອບດ້ານ ຝ່າຍຈີນພ້ອມແລ້ວທີ່ຈະຮ່ວມມືກັບຝ່າຍລາວໃນການຈັດຕັ້ງປະຕິບັດ ຄວາມເຫັນດີເຫັນພ້ອມເປັນເອກະພາບກັນຂອງປະມຸກລັດສອງປະເທດໃຫ້ປະກົດຜົນເປັນຈິງຢ່າງເຕັມທີ່, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່, ພ້ອມທັງຮ່ວມກັນຈັດຕ້ັງປະຕິບັດ 4 ຂໍ້ລິເລີ່ມທົ່ວໂລກ. 

    ບັນດາແຂກຖືກເຊີນໄດ້ເຂົ້າຊົມເຂດວາງສະແດງຫົວຂໍ້ 4 ຂໍ້ລິເລີ່ມທົ່ວໂລກ,ກຳລັງການຜະລິດທີ່ມີຄຸນນະພາບໃໝ່ຂອງຈີນ, ວັດທະນະທຳຈີນ ແລະ ອື່ນໆ, ພ້ອມທັງໄດ້ອ່ານປຶ້ມ “ສີຈິ້ນຜິງ ວ່າດ້ວຍການບໍລິຫານປະເທດ” ເຫຼັ້ມທີ 5, ທັງໄດ້ສຳພັດຕົວຈິງກ່ຽວກັບຜະລິດຕະພັນເຕັກໂນໂລຊີຊັ້ນນຳຂອງຈີນ, ພ້ອມທັງຕີລາຄາສູງຕໍ່ “ການບໍລິຫານປະເທດຂອງຈີນ” ແລະ ຄວາມໝາຍສຳຄັນລະດັບສາກົນຂອງແນວຄິດອັນສຳຄັນຂອງທ່ານເລຂາທິການໃຫຍ່ ສີຈິ້ນຜິງ, ບັນຍາກາດພາຍໃນງານເຕັມໄປດ້ວຍຄວາມສະໜິດສະໜົມ ແລະ ຟົດຟື້ນມ່ວນຊື່ນ.


Suggest To A Friend
  Print