ທ່ານ ນາງ ຟ່າງ ຫົງ ເຂົ້າຮ່ວມພິທີສະເຫຼີມສະຫຼອງບຸນໄຫວ້ພະຈັນຂອງຊາວຈີນຕ່າງດ້າວ ແລະ ວິສາຫະກິດຈີນ ປະຈຳປີ 2026 ພາຍໃຕ້ຫົວຂໍ້ “ສີສັນປະເທດຈີນ·ດວງຈັນເຕັມດວງທີ່ວຽງຈັນ” ເນື່ອງໃນໂອກາດສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ “ປີມິດຕະພາບ ລາວ-ຈີນ”
2026-09-24 08:00

ວັນທີ 22 ກັນຍານີ້, ທ່ານນາງ ຟ່າງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສປຈີນປະຈຳສປປລາວ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງບຸນໄຫວ້ພະຈັນຂອງຊາວຈີນຕ່າງດ້າວ ແລະ ວິສາຫະກິດຈີນ ພາຍໃຕ້ຫົວຂໍ້ “ສີສັນປະເທດຈີນ·ດວງຈັນເຕັມດວງທີ່ວຽງຈັນ — ສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ‘ປີມິດຕະພາບ ລາວ-ຈີນ’”. ພິທີດັ່ງກ່າວຈັດໂດຍສະພາການຄ້າຈີນປະຈຳລາວ ແລະ ສະພາການຄ້າຊາວຈີນຕ່າງດ້າວ.ໂດຍມີສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ສະຫາຍ ສິນລະວົງ ຄຸດພະໄທ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດປະທານສູນກາງແນວລາວສ້າງຊາດ, ສະຫາຍ ກອງແກ້ວ ໄຊສົງຄາມ ແລະ ສະຫາຍ ວິໄລວົງ ບຸດດາຄຳ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດລາວ, ພ້ອມດ້ວຍບັນດາອະດີດການນຳຂັ້ນກະຊວງ, ຕາງໜ້າຊາວຈີນຕ່າງດ້າວ, ວີສາຫະກິດຈີນ, ອາຈານສອນທີ່ມາຊ່ວຍເຫຼືອການສອນ, ນັກສຶກສາ ແລະ ອາສາສະໝັກ ລວມ 1.000 ກ່ວາຄົນເຂົ້າຮ່ວມ.

ທ່ານນາງ ຟ່າງ ຫົງ ໄດ້ອວຍພອນບຸນໄຫວ້ພະຈັນນຳແຂກທີ່ມາຮ່ວມພິທີ,ພ້ອມທັງໃຫ້ກຳລັງໃຈພີ່ນ້ອງຮ່ວມຊາດທີ່ຢູ່ ສປປ ລາວ ໃຫ້ສືບຕໍ່ປະກອບສ່ວນເຂົ້າໃນພາລະກິດມິດຕະພາບ ລາວ-ຈີນ, ແລະ ໄດ້ສະແດງຄຳເຫັນວ່າ: ສະຖານທູດ ແລະ ສະຖານກົງສຸນຈີນປະຈຳລາວຈະສືບຕໍ່ສືບທອດຫຼັກການ “ການທູດເພື່ອປະຊາຊົນ”, ປະຕິບັດວຽກເພື່ອປະຊາຊົນໃຫ້ດີ, ເຮັດວຽກຈິງ ແລະ ຊ່ວຍແກ້ໄຂຄວາມຫຍຸ້ງຍາກໃຫ້ປະຊາຊົນ.

ຄະນະການສະແດງ “ສີສັນປະເທດຈີນ” ຈາກມະຫາວິທະຍາໄລຊົນເຜົ່າ ພາກຕາເວັນຕົກສ່ຽງເໜືອໄດ້ນຳເອົາທ່າຟ້ອນທີ່ຫຼາກຫຼາຍມາພັນລະນາຮູບພາບຄວາມກົມກຽວຂອງບັນດາເຜົ່າ, ພ້ອມທັງສົ່ງຄວາມຮູ້ສຶກຜ່ານສຽງດົນຕີ ເພື່ອສະແດງໃຫ້ເຫັນເຖິງມູນເຊື້ອ ແລະ ຄວາມເລິກເຊິ່ງຂອງພື້ນຖານວັດທະນະທຳຈີນ.


Suggest To A Friend
  Print