ວັນທີ 22 ກັນຍານີ້, ທ່ານ ທູດ ຟ່າງ ຫົງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສໃນກອງປະຊຸມເຜີຍແພ່ນະໂຍ ບາຍຊົນເຜົ່າຂອງຈີນທີ່ຈັດຂຶ້ນທີ່ຫໍປະຊຸມສູນກາງແນວລາວສ້າງຊາດ. ກິດຈະກຳດັ່ງກ່າວຮ່ວມເປັນເຈົ້າພາບໂດຍສະຖານທູດຈີນປະຈຳລາວ ແລະ ຄະນະກຳມາການກິດຈະການຊົນເຜົ່າແຫ່ງຊາດຈີນ, ໂດຍ ທ່ານ ສູ ຊ້າວເຫວີນ ຮອງອະທິການບໍດີມະຫາວິທະຍາໄລຊົນເຜົ່າພາກຕາເວັນຕົກສ່ຽງເໜືອ ໄດ້ເຜີຍແຜ່ແນວຄິດຂອງເລຂາທິການໃຫຍ່ ສີຈິ້ນຜິງ ກ່ຽວກັບການເສີມສ້າງ ແລະ ປັບປຸງວຽກງານຊົນເຜົ່າໃຫ້ດີຂຶ້ນກໍຄື "ກົດໝາຍສົ່ງເສີມຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າ". 
ທ່ານທູດ ຟ່າງ ຫົງ ໄດ້ແນະນຳປະສົບການຂອງພັກກອມມູນິດຈີນໃນການເດີນຕາມເສັ້ນທາງທີ່ຖືກຕ້ອງຕາມຈຸດພິເສດຂອງຈີນໃນການແກ້ໄຂບັນຫາຊົນເຜົ່າ, ພ້ອມທັງສະແດງຄຳເຫັນວ່າຈີນພ້ອມທີ່ຈະຮ່ວມມືກັບຝ່າຍລາວຢ່າງເລິກເຊິ່ງ ເພື່ອຊຸກຍູ້ການແລກປ່ຽນບົດຮຽນໃນການຄຸ້ມຄອງລັດບໍລິຫານປະເທດຊຶ່ງລວມທັງການບໍລິຫານຈັດການວຽກງານຊົນເຜົ່າ. 
ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ສຸຣິປັນຍາ ຣາຊສົມບັດ ແລະ ທ່ານ ພູວົງ ພະມິສິດ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ເຂົ້າຮ່ວມກອງປະຊຸມເຜີຍແຜ່ດັ່ງກ່າວ, ພ້ອມດ້ວຍພະນັກງານຈາກອົງການພັກ ແລະ ລັດ ລວມທັງສູນກາງແນວລາວສ້າງຊາດ, ສະພາແຫ່ງຊາດ, ສຳນັກງານນາຍົກລັດຖະມົນຕີ, ກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະ ເທດສູນກາງພັກ, ຄະນະພັກນະຄອນຫຼວງວຽງຈັນ ແລະ ພາກສ່ວນອື່ນໆລວມ 200 ກ່ວາຄົນ. ຝ່າຍລາວໄດ້ສະແດງຄຳເຫັນວ່າຍິນດີທີ່ຈະຮຽນຮູ້ບົດຮຽນອັນລ້ຳຄ່າຂອງຝ່າຍຈີນໃນການບໍລິຫານຈັດການວຽກງານຊົນເຜົ່າ ເພື່ອຊຸກຍູ້ວຽກງານຊົນເຜົ່າໃຫ້ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.
|