ວັນທີ 24 ກັນຍາ, ທ່ານ ເຕີ້ງ ລີ້ສຽງ ທີ່ປຶກສາສະຖານທູດຈີນ ປະຈຳ ສປປ ລາວ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໃສທີ່ນະຄອນຫຼວງວຽງຈັນ ໃນງານວັນພາສາມືສາກົນ ແລະ ສັບປະດາຄົນຫູໜວກສາກົນ ປີ 2026. ທ່ານທີ່ປຶກສາ ເຕີ້ງ ໄດ້ຍົກໃຫ້ເຫັນຜົນງານຂອງຈີນໃນວຽກງານຄົນພິການ, ໂດຍສະເພາະແມ່ນຜົນສຳເລັດດ້ານການຊຸກຍູ້ສົ່ງເສີມພາສາມື ແລະ ການສຶກສາສຳລັບຄົນຫູໜວກ, ພ້ອມທັງລະບຸວ່າ ປີນີ້ແມ່ນ 65 ປີ ແຫ່ງການສ້າງສາຍພົວພັນທາງການທູດຈີນ - ລາວ ແລະ ເປັນ “ປີມິດຕະພາບລາວ-ຈີນ”, ຝ່າຍຈີນພ້ອມແລ້ວທີ່ຈะເພີ່ມທະວີການແລກປ່ຽນ ແລະ ຮ່ວມມືກັບຝ່າຍລາວໃນຂົງເຂດວຽກງານຄົນພິການເພື່ອເປັນການປະກອບສ່ວນຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ - ລາວທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່. 
ກິດຈະກຳດັ່ງກ່າວຈັດໂດຍສະມາຄົມຄົນຫູໜວກລາວໂດຍມີຫົວຂໍ້ວ່າການຊຸກຍູ້ສົ່ງເສີມພາສາມືເປັນເອກະພາບກັນຂອງລາວ, ທ່ານ ບຸນມາ ສິດທິໂສມ ຫົວໜ້າກົມນະໂຍບາຍຜູ້ມີຜົນງານ, ພິການ ແລະ ຜູ້ອາຍຸສູງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ໄພວັນ ວົງນາລາດ ປະທານສະມາຄົມຄົນຫູໜວກ ພ້ອມດ້ວຍຄົນພິການທາງຫູ, ຄູອາຈານ ແລະ ນັກຮຽນໂຮງຮຽນສຶກສາພິເສດ, ອາສາສະໝັກ ຕະຫຼອດຮອດຜູ້ຕາງໜ້າຈາກທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ຈຳນວນ 300 ກວ່າທ່ານ ໄດ້ເຂົ້າຮ່ວມງານດັ່ງກ່າວ. ຝ່າຍລາວໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ, ວິສາຫະກິດ ແລະ ອົງການຈັດຕັ້ງມະຫາຊົນຂອງຈີນທີ່ໄດ້ໃຫ້ການສະໜັບສະໜູນວຽກງານຄົນພິການຂອງລາວມາໂດຍຕະຫຼອດ, ພ້ອມທັງສະແດງຄວາມຫວັງທີ່ຈະຮັດແໜ້ນການພົວພັນຮ່ວມມື ແລະ ການແລກປ່ຽນກັບຝ່າຍຈີນ ເພື່ອສົ່ງເສີມໃຫ້ກຸ່ມຄົນພິການສາມາດເຊື່ອມໂຍງເຂົ້າກັບການພັດທະນາເສດຖະກິດ-ສັງຄົມໄດ້ຢ່າງມີປະສິດທິຜົນຍິ່ງຂຶ້ນ.
|