ແຂກຊາວລາວມາຢ້ຽມຢາມສະຖານທູດຈີນເພື່ອອວຍພອນວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ
2026-10-09 17:58

ກ່ອນວັນຊາດຈີນຈະມາເຖິງນີ້, ທ່ານ ນ ຟ່າງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປຈີນ ປະຈຳ ສປປ ລາວ ໄດ້ພົບປະຕ່າງຫາກກັບ ທ່ານ ນ ເພັດສະໝອນ ສອນ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ, ທ່ານ ນ ແສງເດືອນ ໄຊຍະສອນ ຮອງປະທານຜູ້ປະຈຳການຄະນະກຳມະການຮ່ວມມື ລາວ-ຈີນ, ທ່ານ ນ ສົມສະນິດ ແກ້ວດວງດີ ປະທານສະມາຄົມໂຮງຮຽນ 67 ພ້ອມດ້ວຍແຂກຊາວລາວ ທີ່ໄດ້ຕາງໜ້າຝ່າຍລາວມາຢ້ຽມຢາມ ແລະ ອວຍພອນວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນຄົບຮອບ 77 ປີ ທີ່ສະຖານທູດຈີນ.

ຝ່າຍລາວໄດ້ຕີລາຄາສູງຕໍ່ຜົນງານອັນຍິ່ງໃຫຍ່ທີ່ ສປຈີນ ຍາດມາໄດ້ໃນຕະຫຼອດໄລຍະ 77 ປີຜ່ານມາ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ບົດບາດອັນສຳຄັນໃນຖານະເປັນກຳລັງຫຼັກແຫຼ່ງໃນການປົກປັກຮັກສາສັນຕິພາບ ແລະ ການພັດທະນາຂອງໂລກ.ທ່ານທູດ ຟ່າງ ຫົງ ໄດ້ສະແດງຄວາມຂອບໃຈຕໍ່ຝ່າຍລາວ ທີ່ໄດ້ມາອວຍພອນເປັນພິເສດ ທັງໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນໃນການສ້າງສາການຫັນເປັນທັນສະໄໝແບບຈີນ ແລະ ການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ພາຍໃຕ້ການຊີ້ນຳ-ນຳພາຂອງແນວຄິດກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກສະໄໝໃໝ່ຂອງທ່ານ ສີ ຈິ້ນຜິງ.

ທັງສອງຝ່າຍຕ່າງກໍ່ໄດ້ເນັ້ນໜັກວ່າ: ຈະສືບຕໍ່ຖືເອົາຄວາມເຫັນດີເຫັນພ້ອມເປັນເອກະພາບທີ່ສຳຄັນ ລະຫວ່າງການນຳສູງສຸດຂອງສອງພັກ ສອງລັດ ເປັນເຂັມທິດຊີ້ນຳ, ຖືໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ຈີນ-ລາວ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ ເປັນໂອກາດອັນສຳຄັນເພື່ອສືບຕໍ່ຊຸກຍູ້ການຮ່ວມມືຕົວຈິງໃນຂົງເຂດຕ່າງໆໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ໃຫ້ໄດ້ຮັບໝາກຜົນໃໝ່ຢ່າງບໍ່ຢຸດຢັ້ງ ເພື່ອນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດໃຫ້ດີຂຶ້ນກວ່າເກົ່າ.


Suggest To A Friend
  Print