ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ມາຢ້ຽມຢາມສະຖານທູດ ຈີນເພື່ອອວຍພອນວັນຊາດຈີນໂດຍສະເພາະ
2026-10-01 22:00

ວັນທີ 1 ຕຸລານີ້, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ພ້ອມດ້ວຍຫົວໜ້າກົມຕ່າງໆພາຍໃນກະຊວງການຕ່າງປະເທດ ໄດ້ມາຢ້ຽມຢາມສະຖານທູດຈີນໂດຍສະເພາະເພື່ອອວຍພອນວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ.

ທ່ານ ໄມທອງ ໄດ້ຕີລາຄາສູງຕໍ່ຜົນງານອັນຍິ່ງໃຫຍ່ໃນການພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ທັງໄດ້ສະແດງຄວາມເຫັນວ່າ ການພັດທະນາເສດຖະກິດ-ສັງຄົມ, ການປະດິດສ້າງທາງດ້ານເຕັກໂນໂລຊີທີ່ພັດທະນາຢ່າງວ່ອງໄວ ແລະ ຜົນງານການລຶບລ້າງຄວາມທຸກຍາກຂອງຈີນເປັນສິ່ງທີ່ບໍ່ມີໃຜທຽບເທົ່າໄດ້ໃນໂລກ, ໄດ້ສືບຕໍ່ສ້າງບົດບາດອັນສຳຄັນໃນການຮັກສາສັນຕິພາບ, ຄວາມສະຫງົບ ແລະ ການພັດທະນາຂອງໂລກ. ຝ່າຍລາວຍິນດີທີ່ຈະຮ່ວມມືກັບຝ່າຍຈີນໃນການຮັດແໜ້ນການຮ່ວມມືຍຸດທະສາດຮອບດ້ານໃຫ້ເລິກເຊິ່ງກວ່າເກົ່າ ເພື່ອນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ.

ທ່ານ ນ ຟ່າງ ຫົງ ເອກອັກຄະລັດຖະທູດວີສາມັນຜູ້ມີອຳນາດເຕັມແຫ່ງ ສປຈີນ ປະຈຳ ສປປລາວ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ໄມທອງ ທີ່ໄດ້ມາອວຍພອນເປັນພິເສດ ທັງໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດົ່ນຂອງສິ່ງມະຫັດສະຈັນສອງຢ່າງ ຄື: ການພັດທະນາເສດຖະກິດຢ່າງວ່ອງໄວ ແລະ ຄວາມສະຫງົບສຸກທາງສັງຄົມໃນໄລຍະຍາວ, ທັງໄດ້ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດໃຫ້ມີຜົນງານອັນພົ້ນເດັ່ນ, ເຊິ່ງເປັນການເພີ່ມຄວາມແນ່ນອນ ແລະ ພະລັງງານທາງບວກໃຫ້ແກ່ໂລກທີ່ເຕັມໄປດ້ວຍຄວາມຜັນຜວນພາຍໃຕ້ການຊີ້ນຳ-ນຳພາຂອງແນວຄິດກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກສະ   ໄໝໃໝ່ ຂອງ ທ່ານ ສີ ຈິ້ນຜິງ.

ສອງຝ່າຍ ເຫັນດີເປັນເອກະພາບກັນວ່າ ຕ້ອງໄດ້ປະສານສົມທົບກັນຢ່າງໃກ້ຊິດ ໂດຍຖືເອົາຄວາມ ເຫັນດີເຫັນພ້ອມເປັນເອກະພາບທີ່ສຳຄັນລະຫວ່າງການນຳສູງສຸດຂອງສອງພັກ ສອງລັດ ເປັນເຂັມທິດຊີ້ນຳ ເພື່ອສືບຕໍ່ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ໃຫ້ກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.


Suggest To A Friend
  Print