ທ່ານທູດ ຟ່າງຫົງ ເຂົ້າຢ້ຽມຄຳນັບ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່
2026-10-14 11:42

    ໃນວັນທີ 12 ຕຸລາ ນີ້, ທ່ານນາງ ຟ່າງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຄຳນັບທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່ ເພື່ອສະແດງຄວາມຍິນດີ ແລະ ຝາກຄຳອວຍພອນອັນອົບອຸ່ນຈາກບັນດາຜູ້ນຳຈີນ ເນື່ອງໃນໂອກາດທີ່ທ່ານໄດ້ຮັບຕຳແໜ່ງໃໝ່.ທ່ານທູດຈີນ ໄດ້ສະແດງຄວາມຍິນດີທີ່ຈະຮ່ວມມືຢ່າງໃກ້ຊິດກັບຝ່າຍ ລາວ ພາຍໃຕ້ການຊີ້ນຳທາງດ້ານຍຸດທະສາດຂອງຜູ້ນຳສູງສຸດສອງພັກ-ສອງລັດ, ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືລະຫວ່າງບັນດາຂະແໜງການກໍຄື ທ້ອງຖິ່ນ, ຊຸກຍູ້ການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ, ຈີນ-ລາວ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ເພື່ອຊຸກຍູ້ການຫັນເປັນທັນສະໄໝຂອງສອງປະເທດ.

    ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ຝາກຄວາມຂອບໃຈຢ່າງຈິງໃຈ ຜ່ານທ່ານທູດ ໄປຍັງບັນດາຜູ້ນຳຈີນ, ພ້ອມທັງໄດ້ຝາກຄຳອວຍພອນອີກຄັ້ງເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ. ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ຝ່າຍຈີນທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລ້ຳຄ່າແກ່ການພັດທະນາເສດຖະກິດ-ສົງຄົມ ຂອງ ລາວ ມາໂດຍຕະຫຼອດ, ພ້ອມທັງຢືນຢັນຈະຮ່ວມມືຢ່າງໃກ້ຊິດກັບຝ່າຍຈີນ ໃນຕຳແໜ່ງໃໝ່ນີ້ ເພື່ອຈັດຕັ້ງປະຕິບັດຄວາມເຫັນດີເຫັນພ້ອມຂອງຜູ້ນຳສູງສຸດສອງປະເທດໃຫ້ປະກົດຜົນເປັນຈິງ ແລະ ເເນ່ໃສ່ສ້າງຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດລາວ-ຈີນ.


Suggest To A Friend
  Print