ທ່ານນາງ ຟ່າງ ຫົງ ເອກອັກຄະລັດຖະທູດ ຈີນ ປະຈຳ ລາວ ໄດ້ໂຄສະນາເຜີຍແຜ່ຈິດໃຈກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການສູນກາງພັກ ສະໄໝທີ XX ຕໍ່ພະນັກງານນຳພາ-ຄຸ້ມຄອງຂອງພັກ-ລັດລາວ
2026-11-06 20:00

    ໃນວັນທີ 6 ພະຈິກນີ້, ທ່ານ ນາງ ຟ່າງ ຫົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປຈີນ ປະຈຳ ສປປລາວ ໄດ້ປາຖະກະຖາຢູ່ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ເພື່ອໂຄສະນາເຜີຍແຜ່ຈິດໃຈກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນ ສະໄໝທີ XX ຕໍ່ພະນັກງານນຳພາ-ຄຸ້ມຄອງຂອງພັກ-ລັດລາວ ແລະ ຜູ້ຕາງໜ້າສື່ມວນຊົນຫຼັກ ປະມານ 200 ທ່ານ.

    ທ່ານທູດ ຟ່າງ ຫົງ ໄດ້ແນະນຳຂະບວນການຮ່າງ ແລະ ແນວຄິດຊີ້ນຳຂອງຂໍ້ຕົກລົງກ່ຽວກັບບາງບັນຫາສໍາຄັນໃນການຍຶດໝັ້ນຊຸກຍູ້ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານຢ່າງສະເໝີຕົ້ນສະເໝີປາຍຂອງສູນກາງພັກຄອມມູນິດຈີນ. ພ້ອມດຽວກັນນັ້ນ, ທ່ານທູດ ໄດ້ເຊື່ອມໂຍງກັບທິດທາງຈຸດປະສົງຕົ້ນຕໍໃນການເພີ່ມທະວີການກໍ່ສ້າງພັກຂອງຝ່າຍລາວ ເພື່ອຕີຄວາມໝາຍທິດທາງແຜນການຂອງ ຂໍ້ຕົກລົງ ກ່ຽວກັບການປັບປຸງລະບຽບການຢ່າງແຂງແຮງ ແລະ ຕໍ່ເນື່ອງ, ການຊຸກຍູ້ບໍ່ກ້າສໍ້ລາດບັງຫຼວງ, ບໍ່ສາມາດສາມາດສໍ້ລາດບັງຫຼວງ ແລະ ບໍ່ຢາກສໍ້ລາດບັງຫຼວງໃຫ້ເປັນເອກະພາບກັນ, ໄດ້ເນັ້ນໜັກວ່າ: ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານໃນຍຸກໃຫມ່ແມ່ນຍຶດໝັ້ນຈຸດຢືນເພື່ອປະຊາຊົນ, ເຊິ່ງແມ່ນຄຳໝັ້ນສັນຍາອັນສັກສິດຂອງພັກໃຫຍ່ຕໍ່ປະຊາຊົນທີ່ມີປະວັດສາດນັບຮ້ອຍປີ. ຈີນ ແລະ ລາວ ແມ່ນ "ສະຫາຍ ບວກ ອ້າຍນ້ອງ", ຝ່າຍຈີນ ຍິນດີເພີ່ມທະວີແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນກັບຝ່າຍລາວ.


    ບັນດາແຂກທີ່ເຂົ້າຮ່ວມກອງປະຊຸມໄດ້ຕີລາຄາສູງຕໍ່ເນື້ອໃນອັນອຸດົມສົມບູນຂອງແນວຄິດ ສີຈິ້ນຜິງ ກ່ຽວກັບການກໍ່ສ້າງພັກ ແລະ ຄວາມໝາຍອັນຍິ່ງໃຫຍ່ຂອງກອງປະຊຸມຄົບຄະນະ, ພ້ອມທັງໄດ້ຊົມເຊີຍຜົນສຳເລັດອັນຍິ່ງໃຫຍ່ໃນການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານຂອງພັກຄອມມູນິດຈີນ, ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮຽນຮູ້ ແລະ ຖອດຖອນບົດຮຽນອັນປະເສີດໃນການຄຸ້ມຄອງພັກ ແລະ ບໍລິຫານປະເທດຂອງຝ່າຍຈີນຕື່ມອີກ.


Suggest To A Friend
  Print