
ໃນວັນທີ 6 ພະຈິກນີ້, ສະຖານທູດຈີນ ປະຈຳ ລາວ ໄດ້ຈັດກອງປະຊຸມຖະແຫຼງຂ່າວຕໍ່ສື່ມວນຊົນ, ທ່ານ ນາງ ຝ່າງ ຫົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປຈີນ ປະຈຳ ສປປລາວ ໄດ້ໂຄສະນາເຜີຍແຜ່ຈິດໃຈກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນ ສະໄໝທີ XX ຕໍ່ສື່ມວນຊົນຕົ້ນຕໍຂອງ ຈີນ ແລະ ລາວ. ສຳນັກຂ່າວຊິນຮວາ, ວິທະຍຸ-ໂທລະພາບສູນກາງຈີນ (CMG) ພ້ອມດ້ວຍສື່ມວນຊົນລາວ ເຊັ່ນ: ຫນັງສືພິມ ປະຊາຊົນ (ອົງການຂ່າວສູນກາງພັກ), ສຳນັກຂ່າວສານປະເທດລາວ , ໂທລະພາບແຫ່ງຊາດ, ຫນັງສືພິມ ວຽງຈັນໄທມ໌ (Vientiane Times), ວິທະຍຸຊາວຫນຸ່ມ ແລະ ສື່ມວນຊົນອື່ນໆ ໄດ້ເຂົ້າຮ່ວມ ແລະ ຕັ້ງຄຳຖາມຢ່າງຟົດຟື້ນ. 
ທ່ານທູດ ຝ່າງ ຫົງ ໄດ້ສະເໜີກ່ຽວກັບພຶດຕິກຳຕົວຈິງອັນມີຊີວິດຊີວາ ໃນການຊຸກຍູ້ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານໃນຍຸກໃຫມ່ ແລະ ການເປີດຂອບເຂດໃຫມ່ຂອງການປະຕິວັດຕົນເອງ, ພ້ອມທັງໄດ້ຕີຄວາມໝາຍເນື້ອໃນສຳຄັນຂອງແນວຄິດ ສີຈິ້ນຜິງ ກ່ຽວກັບການກໍ່ສ້າງພັກ, ໂດຍເນັ້ນໜັກຈຸດຢືນເພື່ອປະຊາຊົນ ແມ່ນພຶດຕິກຳຕົວຈິງ ແລະ ການເຄື່ອນໄຫວທີ່ເປັນຮູບປະທຳທີ່ສອດຫ້ອຍຕະຫຼອດຂະບວນການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ ແລະ ຈັດຕັ້ງປະຕິບັດເຂົ້າໃນທຸກຂັ້ນຕອນຂອງການຄຸ້ມຄອງ ແລະ ກໍ່ສ້າງພັກ. ກອງປະຊຸມຄົບຄະນະໄດ້ກຳນົດທິດທາງຍຸດທະສາດສຳຄັນຫຼາຍປະການເພື່ອຊຸກຍູ້ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານຢ່າງສະເໝີຕົ້ນສະເໝີປາຍ ເຊິ່ງຈະນຳເອົາໂອກາດໃຫມ່ໆມາສູ່ການພັດທະນາສາຍພົວພັນ ຈີນ-ລາວ. ຝ່າຍຈີນ ຍິນດີຮ່ວມມືກັບຝ່າຍລາວເພື່ອລົງເລິກການຮ່ວມມືສອງຝ່າຍ, ຮ່ວມກັນຈັດຕັ້ງປະຕິບັດ 4 ຂໍ້ລິເລີ່ມລະດັບໂລກ, ລົງເລິກການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ທີ່ເຂັ້ມແຂງໜຽວ ແໜ້ນໃນທຸກສະພາບການຂອງຍຸກໃໝ່,ເພີ່ມທະວີການສ້າງລະບົບການບໍລິຫານໂລກໃຫ້ມີຄວາມຍຸດຕິທຳ ແລະ ສົມເຫດສົມຜົນຍິ່ງໆຂຶ້ນ.
|