ວັນທີ 19 ພະຈິກ ຜ່ານມານີ້, ກອງປະຊຸມສຳມະນາການຮ່ວມມືທະນາສື່ມວນຊົນລາວ-ຈີນ ສະເຫຼີມສະ ຫຼອງ ວັນສ້າງຕັ້ງສະຖານີວິທະຍຸ FM 93.0 MHZ ຂອງວິທະຍຸໂທລະພາບສູນກາງຈີນ (CMG) ຄົບ ຮອບ 20 ປີ ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ວັນສີ ກົວມົວ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປປ ລາວ, ທ່ານນາງ ເຂັມມະນີ ພົນເສນາ ປະທານສະມາຄົມມິດຕະພາບ ລາວ-ຈີນ ພ້ອມດ້ວຍຜູ້ຕາງໜ້າຈາກທາງພັກ-ລັດ ແລະ ສື່ມວນຊົນຫຼັກຂອງລາວ ຫຼາຍພາກສ່ວນເຂົ້າຮ່ວມ. 
ໃນໂອກາດນີ້, ທ່ານນາງ ຟ່າງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສປຈີນ ປະຈຳ ສປປລາວ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສ ໂດຍໄດ້ສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ວັນສ້າງຕັ້ງສະຖານີວິທະຍຸ FM 93.0 MHZ ຄົບຮອບ 20 ປີ, ພ້ອມທັງຕີລາຄາສູງຕໍ່ບົດບາດອັນຕັ້ງໜ້າຂອງສະຖານີໃນການເປັນກະປອກສຽງຂອງປະເທດຈີນ ແລະ ຊຸກຍູ້ການແລກປ່ຽນດ້ານວັດທະນະທຳ-ສັງຄົມລະຫວ່າງ ລາວ-ຈີນ ຕະຫຼອດໄລຍະ 20 ປີຜ່ານມາ. ທ່ານທູດ ໄດ້ຊີ້ໃຫ້ເຫັນວ່າສື່ມວນຊົນແມ່ນຂົວຕໍ່ທີ່ສຳຄັນໃນການເຊື່ອມໂຍງຈິດໃຈຂອງປະຊາຊົນ, ຫວັງວ່າສື່ມວນຊົນຂອງສອງປະເທດຈະຍຶດໝັ້ນຕາມຄວາມເຫັນດີເຫັນພ້ອມທີ່ເປັນເອກະພາບກັນລະດັບຍຸດທະສາດຂອງການນຳສູງສຸດສອງພັກ-ສອງລັດ ເປັນທິດທາງຊີ້ນຳ, ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືໃຫ້ເລິກເຊິ່ງຂຶ້ນ, ເລົ່າເລື່ອງລາວມິດຕະພາບ ຈີນ-ລາວ ແລະ ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໃຫ້ດີເພື່ອປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າ ເຂົ້າໃນການສ້າງຄູ່ຮ່ວມຊາຕາກຳຈີນ-ລາວທີ່ເຂັ້ມແຂງໜຽວແໜັ້ນໃນທຸກສະພາບການຂອງຍຸກໃໝ່. ຝ່າຍລາວ ໄດ້ຕີລາຄາສູງຕໍ່ໝາກຜົນແຫ່ງການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດສື່ມວນຊົນ ລາວ-ຈີນ, ພ້ອມທັງສະແດງຄວາມຍິນດີທີ່ຈະເພີ່ມທະວີການຮ່ວມມືກັບບັນດາອົງການສື່ມວນຊົນຂອງຈີນເພື່ອຊຸກຍູ້ໃຫ້ປະຊາຊົນສອງຊາດ ມີຄວາມເຂົ້າອົກເຂົ້າໃຈ ແລະ ໃກ້ຊິດສະໜິດສະໜົມກັນຫຼາຍຂຶ້ນ.
|